|
|
 |
| (GMT+08:00)
2004-12-31 14:50:42
|
 |
|
ຈຳນວນຜູ້ປະສົບເຄາະຮ້າຍຈາກຄື້ນທະເລຊູນາມີຢູ່ມະຫາສະໝຸດອິນເດຍໄດ້ລື່ນກາຍ1ແສນ2ໝື່ນຄົນ ວັດສະດຸຊ່ອຍເຫຼືອໄດ້ຖືກຂົນສົ່ງໄປຮອດເຂດປະສົບໄພຕາມໆກັນ
cri
Author: q
ຕາມຂ່າວCRI: ນັບມາຮອດວັນທີ30ທັນວາ,ແຜ່ນດິນໄຫວແລະຄື້ນທະເລຊູນາມີຢູ່ມະຫາສະໝຸດອິນເດຍຢ່າງໜ້ອຍໄດ້ເຮັດໃຫ້1ແສນ2ໝື່ນ5ພັນຄົນເສຍຊີວິດ.ພ້ອມກັນນັ້ນ,ປະຊາຄົມໂລກພວມຂົນສົ່ງວັດສະດຸຊ່ອຍເຫຼືອໄປເຖິງເຂດປະສົບໄພຕາມໆກັນ.
ໜ່ວຍຜູ້ຊ່ຽວຊານກວດສອບDNAທີ່ລັດຖະບານຈີນແຕ່ງໄປນັ້ນໄດ້ເດີນທາງໄປຮອດບາງກອກນະຄອນຫຼວງຂອງໄທໃນຕອນຮຸ່ງເຊົ້າວັນທີ31ທັນວາ,ພວກເຂົາເຈົ້າຈະພ້ອມກັນກັບໜ່ວຍປິ່ນປົວຈີນທີ່ໄປເຖິງບາງກອກໃນມື້ດຽວກັນ,ຊ່ອຍຝ່າຍໄທກວດສອບຖານະຂອງສົບຜູ້ປະສົບໄພໃນຄື້ນທະເລຊູນາມີ.
ນອກນີ້,ວັດສະດຸກູ້ໄພງວດທຳອິດທີ່ລັດຖະບານຈີນສະໜອງໃຫ້ອິນໂດເນເຊຍນັ້ນໄດ້ສົ່ງໄປຮອດອິນໂດເນເຊຍໃນຕອນຄ່ຳວັນທີ30ທັນວາ ເວລາທ້ອງຖິ່ນ.
ວັນທີ30ທັນວາ,ທ່ານບຸສປະທານາທິບໍດີອາເມລິກາປະກາດຈະແຕ່ງທ່ານພໍແວວລັດຖະມົນຕີກະຊວງການຕ່າງປະເທດນຳພາຄະນະຜູ້ຊ່ຽວຊານໄປສຳຫຼວດຢູ່ເຂດປະສົບໄພຢູ່ອາຊີຈາກຄື້ນທະເລຊູນາມີໃນວັນທີ2ມັງກອນປີໜ້າ.
ໃນກອງປະຊຸມປະສານງານການເຄື່ອນໄຫວຊ່ອຍກູ້ໄພດ່ວນອາຊີທີ່ທ່ານອານນານເລຂາທິການໃຫຍ່ສະຫະປະຊາຊາດນັ່ງເປັນປະທານກອງປະຊຸມໃນວັນທີ30ທັນວາ,ທ່ານເຈມສ໌ໂວນເຟນເຊີນຜູ້ອຳນວຍການທະນາຄານໂລກປະກາດວ່າ,ຈະສະໜອງເງິນຊ່ອຍເຫຼືອດ່ວນ250ລ້ານໂດລາສະຫະລັດໃນທັນທີເພື່ອຊ່ວຍວຽກງານກອບກູ້.
ວັນທີ30ທັນວາ,ອົງການອະນາໄມໂລກໄດ້ຮຽກຮ້ອງໃຫ້ປະຊາຄົມໂລກບໍລິຈາກເງິນ40ລ້ານໂດລາສະຫະລັດ.
ເຖິງວ່າປະຊາຄົມໂລກໄດ້ພາກັນໃຫ້ການຊ່ອຍເຫຼືອແກ່ເຂດປະສົບໄພກໍຕາມ,ແຕ່ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດປະສົບໄພຍັງບໍ່ທັນຟື້ນຟູເປັນປົກກະຕິເທື່ອ,ວັດສະດຸຕ່າງໆເຊັ່ນອາຫານ,ເຄື່ອງນຸ່ງເປັນຕົ້ນຍັງຂາດເຂີນທີ່ສຸດ.ພ້ອມກັນນັ້ນ,ໃນວັນທີ30ທັນວາ,ຢູ່ເຂດທະເລສົ້ນຕາເວັນຕົກຂອງອິນໂດເນເຊຍຍັງໄດ້ເກີດປາຍແຜ່ນດິນໄຫວ3ເທື່ອຢ່າງເດັ່ນຊັດ.ກົມອຸຕຸນິຍົມອິນເດຍໄດ້ປະກົດເຫັນກະແສຄື້ນໃຫຍ່ອີກຢູ່ໜ້ານ້ຳທະເລພາກໃຕ້ອິນເດຍ.
|
|
|