ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-31 16:47:27    
ຄື້ນທ​ະ​ເລ​ຊູ​ນາ​ມີ​​ມະຫາ​ສະໝຸດ​ອິນ​ເດຍກະທົບ​ເຖິງ​ເຂດ​ຕາ​ເວັນອອກ​ໄກ​ຂອງຣັດ​ເຊຍ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 30 ທັນວາ ຂ່າວສານ​ອີ​ຕາ​ຕັດສ໌ລາຍ​ງານ​ວ່າ, ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ເກີດ​ຂຶ້ນຍ້ອນ​ແຜ່ນ​ອິນ​ໄຫວ​ຢູ່​ມະຫາ​ສະໝຸດ​ອິນ​ເດຍ​ໃນ​ວັນ​ທີ 26 ທັນວາ​ໄດ້​ກະທົບ​ເຖິງ​ເຂດ​ຕາ​ເວັນ​ອອກ​ໄກ​ຂອງຣັດ​ເຊຍ, ຄື້ນ​ທະ​ເລ​ມະຫາ​ສະໝຸດ​ປາຊີ​ຟິກ​​ໃນເຂດ​ດັ່ງກ່າວ​ສູງ​ກວ່າຍາມ​ປົກກະຕິ 29 ຊັງ​ຕິ​ແມັດຫຼັງຈາກ​ເກີດ​ແຜ່ນດິນ​ໄຫວ.

ຜູ່​ຊ່ຽວຊານ​ດ້ານ​ມະຫາ​ສະໝຸດ​ຂອງຣັດ​ເຊຍ​ເຫັນ​ວ່າ, ​ເຖິງ​ວ່າ​ໃນ​ເວລາຄື້ນທະ​ເລ​ຊູ​ນາ​ມີ​ດັ່ງກ່າວ​ກະທົບມາ​ຮອດເຂດ​ຕາ​ເວັນ​ອອກ​ໄກຣັດ​ເຊຍ​ນັ້ນ​ແຮງ​ທຳ​ລາຍໄດ້​ອ່ອນລົງ​​ແດ່​ແລ້ວ​ກໍ່​ຕາມ, ​ແຕ່​ກໍ່​ມີ​ຜົນ​ສະທ້ອນ​ຕໍ່​ເຂ​ດດັ່ງກ່າວໃນ​ລະດັບ​ໃດ​ໜຶ່ງ​​. ​ແຕ່​ພ້ອມ​ກັນ​ນັ້ນ ທ່ານ​ກ່າວ​ວ່າ, ລະບົບ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​​ໄລຍະ​ຕົ້ນມະຫາ​ສະໝຸດ​ປາຊີ​ຟິກ 3 ​ແຫ່ງ​ໄດ້​ເຮັດ​ວຽກ​ເປັນ​ປົກກະຕິ​.