|
ຈຳນວນຜູ້ປະສົບເຄາະຮ້າຍຈາກຄື້ນທະເລຊູນາມີຢູ່ມະຫາສະໝຸດອິນເດຍໄດ້ລື່ນກາຍ 1 ແສນ 2 ໝື່ນຄົນ,ທ່ານສະໂລເດີສະເໜີໃຫ້ປະເທດອຸດສາຫະກຳຝ່າຍຕາເວັນຕົກສ້າງການພົວພັນໝູ່ຄູ່ກັບປະເທດປະສົບໄທ
cri
Author: zl
ຕາມຂ່າວCRI:ນັບມາຮອດວັນທີ 30 ທັນວາ,ແຜ່ນດິນໄຫວແລະຄື້ນທະເລຊູນາມີຢູ່ມະຫາສະໝຸດອິນເດຍໄດ້ເຮັດໃຫ້ 1 ແສນ 2 ໝື່ນຄົນເສຍຊີວິດ.ໃນເວລາກ່າວຄຳອວຍພອນປີໃໝ່ໃນວັນທີ 31 ທັນວາ,ທ່ານສະໂລເດີ ນາຍົກລັດຖະມົນຕີເຢຍລະມັນໄດ້ສະເໜີໃຫ້ປະເທດອຸດສາຫະກຳຝ່າຍຕາເວັນຕົກສະໜອງການຊ່ອຍເຫຼືອແກ່ປະເທດປະສົບໄພຍາວນານ.
ທ່ານສະໂລເດີກ່າວເນັ້ນວ່າ,ປະເທດອຸດສາຫະກຳຝ່າຍຕາເວັນຕົກເຊິ່ງລວມທັງເຢຍລະມັນ ຄວນຫາບແບກໜ້າທີ່ຮັບຜິດຊອບ,ຕ່າງເລືອກເອົາປະເທດປະສົບໄພປະເທດໜຶ່ງ,ແລ້ວໃຫ້ການຊ່ອຍເຫຼືອຍາວນານແກ່ປະເທດນີ້ໃນການກູ້ໄພແລະການສ້າງສາຄືນໃໝ່ຫຼັງຈາກນັ້ນ.
ໜ່ວຍຜູ້ຊ່ຽວຊານກວດສອບDNAທີ່ລັດຖະບານຈີນແຕ່ງໄປນັ້ນໄດ້ເດີນທາງໄປຮອດບາງກອກນະຄອນຫຼວງຂອງໄທໃນຕອນຮຸ່ງເຊົ້າວັນທີ 31 ທັນວາ,ພວກເຂົາເຈົ້າຈະພ້ອມກັນກັບໜ່ວຍປີ່ນປົວຈີນທີ່ໄປເຖິງບາງກອກໃນມື້ດຽວກັນ,ຊ່ອຍຝ່າຍໄທກວດສອບຖານະຂອງສົບຜູ້ປະສົບໄພໃນຄື້ນທະເລຊູນາມີ.
ວັນທີ 30 ທັນວາ,ທ່ານບຸສປະທານາທິບໍດີອາເມລິກາປະກາດວ່າ,ຈະແຕ່ງທ່ານພໍແວວ ລັດຖະມົນຕີການຕ່າງປະເທດນຳພາຄະນະຊ່ຽວຊານໄປສຳຫຼວດເຂດປະສົບໄພຢູ່ອາຊີໃນວັນທີ 2 ມັງກອນປີໜ້າ.ທະນາຄານໂລກປະກາດວ່າ,ຈະສະໜອງເງິນຊ່ອຍເຫຼືອດ່ວນ 250 ລ້ານໂດລາສະຫະລັດໃນທັນທີເພື່ອຊ່ວຍວຽກງານກອບກູ້.
ທ່ານເບລຸສໂຄນີ ນາຍົກລັດຖະມົນຕີອີຕາລີຮຽກຮ້ອງກຸ່ມ 8 ປະເທດໄຂກອງປະຊຸມວິສາມັນກ່ຽວກັບວຽກງານກູ້ໄພ,ຫາລືບັນຫາໃຫ້ການຊ່ອຍ;ຫຼຸດຫຼືຍົກເວັ້ນໜີ້ສິນຂອງປະເທດປະສົບໄພ.ທ່ານນາງຄູມາລາຕູງກາ ປະທານາທິບໍດີສີລັງກາປະກາດວ່າ,ວຽກງານສ້າງສາເຂດປະສົບໄພຄືນໃໝ່ຈະດຳເນີນຢ່າງຮອບດ້ານໃນວັນທີ 15 ມັງກອນປີ 2005.
|
|