|
ຕາມຂ່າວສານຊິນຮວາ,ຕອນບ່າຍວັນທີ 4 ມັງກອນ,ທ່ານຫຼີຊຽນລົງ ນາຍົກລັດຖະມົນຕີສິງກະໂປໄດ້ເດີນທາງໂດຍຍົນພິເສດໄປເຖິງບັນດາ ອາເຊ ເທດສະບານແຂວງອາເຊ ເຂດປະສົບໄພຮ້າຍແຮງທີ່ສຸດຂອງອິນໂດເນເຊຍເພື່ອສຳຫຼວດສະພາບປະສົບໄພແລະໄດ້ໄປຢາມສະມາ ຊິກ ຊ່ອຍກອບກູ້ຂອງສິງກະໂປທີ່ພວມເຮັດວຽກກູ້ໄພຢູ່ແຫ່ງນັ້ນ,ແລະໄດ້ນັດພົບທ່ານຈ້າວເຮີພິງ ຫົວຫນ້າກອງກອບກູ້ສາກົນຂອງຈີນໂດຍລຳພັງ.
ຫຼັງຈາກທ່ານຫຼີຊຽນລົງໄດ້ຖາມທ່ານຈ້າວເຮິພິງກ່ຽວກັບການຈັດຕັ້ງ ແລະສະພາບວຽກງານຂອງກອງກອບກູ້ຂອງຈີນ,ທ່ານກ່າວວ່າ,ຈີນແລະສິງກະໂປຄວນແລກປ່ຽນແລະຮ່ວມມືກັນໃຫ້ຫຼາຍໃນດ້ານການຊ່ອຍກອບກູ້.ທ່ານຫຼີຊຽນລົງຍັງຊີ້ອອກວ່າ,ສະມາຊິກກອງກອບກູ້ຂອງຈີນແລະສິງກະໂປໄດ້ຈັດຕັ້ງປະສົມຮ່ວມກັນຊອກກອບກູ້ຜູ່ປະສົບໄພ,ເຮັດໄດ້ດີຫຼາຍ,ໄດ້ຮັບຄວາມຍ້ອງຍໍຈາກສະຫະປະຊາຊາດແລະກອງຊ່ອຍເຫຼືອອື່ນໆ.
|