ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-05 17:08:33    
ທ່ານ​ອັບ​ບາສກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ຂອງທະຫານ​ອິສລາ​ແອນ​​ເຂັ່ນຂ້າສາມັນ​ຊົນປາ​ເລັສຕີນ​ຜູ່ບໍ່​ມີ​ໂທດ​ຫຍັງ

cri

ຕາມ​ຂ່າວCRI ,ວັນ​ທີ 4 ມັງກອນ,ທ່ານ​ອັບ​ບາສ ປະທານ​ຄະນະ​ບໍ​ລິ​ຫານ​ງານ​ອົງການ​ປົດ​ປ່ອຍ​ປາ​ເລັສຕີນ​ໄດ້​ອອກ​ຖະ​ແຫຼງການ​,ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ອັນຊົ່ວຮ້າຍຂອງທະຫານ​ອິສລາ​ແອນ​​ທີ່ເຂັ່ນຂ້າ​ສາມັນ​ຊົນປາ​ເລັສຕີນ​ຜູ່​ບໍ່ມີ​ໂທດ​ຫຍັງ​ຢູ່​ພາກ​ເຫນືອ​ກາຊາ​ໃນ​ຕອນ​ເຊົ້າ​ວັນ​ທີ 4 ມັງກອນ.


 ຢູ່​ແຖບກາຊາ,ທ່ານ​ອັບ​ບາສ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ,ຝ່າຍ​ປາ​ເລັສຕີນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳອັນ​ປ່າ​ເຖື່ອນ​ຂອງ​ທະຫານ​ອິສລາ​ແອນ​ທີ່ເຂັ່ນຂ້າ​ສາມັນ​ຊົນ​ປາ​ເລັສຕີນຜູ່​ບໍ່​ມີ​ໂທດ​ຫຍັງ​ຢ່າງ​ບັງ​ອາດ​ເປີດ​ແປນ,ພ້ອມ​ກັນ​ນັ້ນ,ທ່າ​ນກໍກ່າວ​ປະນາມ​ການ​ກະທຳ​ຂອງ​ຜູ່ປະກອບ​ອາວຸດ​ປາ​ເລັສຕີນ​ທີ່ຍິງ​ລູກ​ສອນ​ໄຟ​ໄປ​​ໃສ່ອິດ​ສະລະ​ແອນ,​ແລະກ່າວ​ວ່າການ​ກະທຳ​ແບບ​ຢອກ​ແນວ​ນີ້​ແມ່ນ​ບໍ່ບໍ່​ຮັບຜິດຊອບ


ຕ​ອນ​ເຊົ້າ​ວັນ​ທີ 4 ມັງກອນ,ຢູ່​ມໍ່ຂະ​ບວນລົດ​ຂອງ​ທ່ານ​ອັບ​ບາສທີ່​ພວມດຳ​ເນີນ​ການ​ເຄື່ອນ​ໄຫວ​​ແຂ່ງຂັນ​ເລືອກຕັ້ງ​ຢູ່​ພາກ​ເຫນືອ​​ແຖບ​ກາຊາ​ໄດ້​ເກີດ​​ເຫດ ການລະ​ເບີດ​,​ແຕ່​ທ່ານ​ອັບ​ບາ​ສ​ບໍ່​ໄດ້​ຖືກບາດ​ເຈັບ,ຜູ່​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຝ່າຍ​ປາ​ເລັສຕີນ​ກ່າວ​ວ່າ,ການລະ​ເບີດ​​ເທື່ອ​ນີ້ອາດ​ຈະ​​​ແມ່ນຍ້ອນ​ທະຫານ​ອິສລາ​ແອນ​ຍິງປືນ​ໃຫຍ່​ມາ​ໃສ່.


ວັນ​ທີ 4 ມັງກອນ,ທ່ານ​ຄູ​ໄລ ນາຍົກລັດຖະມົນຕີລັດຖະບານ​ປາ​ເລັສຕີນ ປົກຄອງ​ຕົນ​ເອງກໍ່​ໄດ້​ກ່າວ​ປະນາມຢ່າງ​ຮຸນ​ແຮງ​ຕໍ່​ກອງ​ທະຫານ​ອິສລາ​ແອນ​ທີ່​​ໃຊ້ການ​ເຄື່ອນ​ໄຫວ​ທາງການທະຫານ​ຢູ່​ເຂດ​ປາເລັສຕີນປົກຄອງ ຕົນ​ເອງ​ໃນ​ຫວ່າງ​ມໍ່ໆ​ນີ້,ກ່າວ​ວ່າ​ນີ້​ແມ່ນ​ອິສລາ​ແອນ​ຕັ້ງ​ແກ້ງກີດຂວາງ​ການ​ເລືອກ​ຕັ້ງ​ທົ່ວ​ໄປຂອງ​ປາ​ເລັສຕີນ​ທີ່​ຕົກລົງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ມັງກອນ