|
ຕາມຂ່າວສານຊິນຮວາ,ວັນທີ 5 ມັງກອນ,ຄະນະກຳມະການກຽມຂອງອົງການຫ້າມສັນຍາເກຶອດຫ້າມທົດລອງນິວເຄຼຍຮອບດ້ານທີ່ຕັ້ງສຳນັກງານໃຫຍ່ຢູ່ກຸງວຽນໄດ້ອອກປະກາດຖະແຫຼງຂ່າວວ່າ,ລະບົບຕິດຕາມວັດແທກ ສາກົນຂອງອົງການດັ່ງກ່າວໄດ້ຕິດຕາມວັກແທກຮູ້ວ່າໃນສອງມື້ຫຼັງຈາກເກີດແຜ່ນດິນໄຫວແຮງຢູ່ມະຫາສະຫມຸດອິນເດຍໄດ້ມີປາຍແຜ່ນດິນໄຫວເກີດຂຶ້ນປະມານ 1500 ເທື່ອ.
ແຕ່ວ່າ,ປະກາດຖະແຫຼງຂ່າວຂຽນວ່າ,ລະບົບຕິດຕາມວັດແທກສາກົນຂອງອົງການດັ່ງກ່າວຍັງບໍ່ມີເງື່ອນໄຂເຕັກນິກທີ່ສົ່ງສັນຍານເຕືອນໄພແຜ່ນດິນໄຫວແລະຄື້ນທະເລຊູນາມີໂດຍກົງ.
|