ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-07 16:11:07    
ປະຊາ​ຄົມ​ໂລກ​ທະຍອຍ​ກັນ​ເພີ່ມເງິນຊ່ອຍ​ເຫຼືອ​ໃຫ້​ແກ່​ປະ​ເທດ​ປະສົບ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ

cri

ຕາມ​ຂ່າວCRI ,​ໃນ​ກອງ​ປະຊຸມ​ວິ​ສາມັນ​ຜູ່​ນຳອາ​ຊຽນ​ກ່ຽວ​ກັບ​ບັນຫາ​ຫຼັງ​ໄພ​ແຜ່ນດິນ​ໄຫວ​ແລະ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ຈັດ​ຂຶ້ນ​ຢູ່​ຢາ​ກາກ​ຕາ ນະຄອນຫຼວງ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 6 ມັງກອນ,ຈີນ ອາ​ເມ​ລິ​ກາ​ແລະ​ສະຫະ ພາບ​ເອີ​ລົບ​ເປັນ​ຕົ້ນ​​ໄດ້​ທະຍອຍ​ກັນ​ກ່າວ​ວ່າ​ຈະ​ເພີ່ມ​​​ເງິນ​ຊ່ອຍ​ເຫຼືອ​ໃຫ້​ແກ່​ປະ​ເທດ​ປະສົບ​ໄພ,​ເພື່ອ​ຊ່ອຍ​ປະ​ເທດ​​ເຫຼົ່າ​ນີ້​ສ້າງສາ​ຄືນ​ໃຫມ່​ຫຼັງ​ໄພພິບັດ.


ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ,ລັດຖະບານ​ຈີນ​​ໄດ້ ຕອບສະຫນອງ​ຄຳ​ຮຽກຮ້ອງ​ຂອງ​ສະຫະ​ປະຊາ​ຊາດ,ຕົກລົງ​​ເພີ່ມ​ເງິນ​ຊ່ອຍ​​ເຫຼືອ ອີກ20 ລ້ານ​ໂດ​ລາ​ສະຫະລັດ​ບົນ​ພື້ນຖານຄຳ​ຫມັ້ນສັນຍາ​ເດີມ,​ເພື່ອ​ຊ່ອຍ​ເຫຼືອ​ຫຼາຍ​ຝ່າຍ,ພ້ອມ​ກັນ​ນັ້ນ,ລັດຖະບານ​ຈີນ​ໄດ້​ຕົກລົງ​ຍົກ​ເວັ້ນ​ຫນີ້​ສິນລັດຖະບານ ທີ່ຈຸບ​ກຳນົດ​ທັງ​ຫມົດ​ຂອງ​ສີ​ລັງກາ.


ທ່າ​ນພໍ​ແວວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ສະຫນອງ​ການ​ຊ່ອຍ​​ເຫຼືອແກ່​ປະ​ເທດ​ທີ່​ຖືກ​ກະ​ຫນ່ຳ​ໃນ​​ແຜ່ນດິນ​ໄຫວ​​ແລະ​ຄື້ນທະ​ເລ​ຊູ​ນາ​ມີຢູ່ມະຫາ​ສະຫມຸດ​ອິນ​ເດຍ.


ນອກ​ນີ້,ຍີ່​ປຸ່ນ ສະຫະພາບ​ເອີ​ລົບ ອັງກິດ​ແລະ​ແຟງລັງ​ກໍ່​ໄດ້​ເພີ່ມ​ເງິນຊ່ອຍ​ເຫຼືອ​​ແກ່​ປະ​ເທດ​ປະສົບ​ໄພ