ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-07 16:14:06    
ອີຣັກຕໍ່​ເວລາ​ສະພາວະ​ສຸກ​ເສີນ​ເພື່ອ​ຮັບປະກັນ​ຄວາມປອດ​ໄພ​ຂອງການ​ເລືອກ​ຕັ້ງ​ທົ່ວ​ໄປ ປະ​ເທດ​ໃກ້​ຄຽງ​ກ່າວວ່າ​ບໍ່ຫ່ອນ​ເຂົ້າ​ແຊກ​​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກ

cri

ຕາມ​ຂ່າວCRI ,ວັນ​ທີ 6 ມັງກອນ,ທ່ານ​ອາ​ລາ​ວີ ນາຍົກລັດຖະມົນຕີລັດ ຖະບານ​ຊົ່ວຄາວ​ຂອງ​ອີຣັກ​ໄດ້​ປະກາດ​ວ່າ,ຈະຕໍ່​​ເວລາກຳນົດ​ສະພາວະ​ສຸກ​ເສີນ​​ໃນ​ດຳລັດທີ່​ປະຕິບັດ​ໃນ​ສະ​ເພາະ​ຫນ້າ​ນີ້​ໄປ​ອີກ 30 ມື້,​ເພື່ອ​ຮັບປະກັນ​​ໃຫ້​ການ​ເລືອກ​ຕັ້ງ​ທົ່ວ​ໄປດຳ​ເນີນ​ໄດ້ຢ່າງ​ປອດ​ໄພ​ໃນ​ວັນ​ທີ 30 ມັງກອນນີ້.


ນອກ​ນີ້,ຂ່າວ​ແຈ້ງວ່າ,ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ປະ​ເທດ​​ໃກ້​ຄຽງ​ອີຣັກທີ່​ຈັດ​ຂຶ້ນ​ຢູ່​ອຳ​ມານ ນະຄອນຫຼວງ​ຊອກ​ດາ​ນີ​ໃນ​ວັນ​ທີ 6 ມັງກອນ​ໄດ້​ອອກ​ຖະ​ແຫຼ​ງການວ່າ,ຮັບປະກັນ​​ບໍ່​​ເຂົ້າແຊ​ກການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກທີ່​ຈະ​ຈັດ​ຂຶ້ນ​​​ໃນ​ໄວໆ​ນີ້.