ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-08 17:26:44    
ການ​​ແຂ່ງຂັນ​ເລືອກ​ຕັ້ງທົ່ງ​ໄປຂອງ​ປາ​ເລັສຕີນ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 7 ມັງກອນ, ການ​ເລືອກ​ຕັ້ງປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ມັງກອນ

cri Author: MO
ຕາມ​ຂ່າວ​CRI: ການ​ເລືອກ​ຕັ້ງປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ມັງກອນ. ວັນ​ທີ 7 ​ມັງກອນ​ແມ່ນ​ມື້​ສຸດທ້າຍທີ່​ດຳ​ເນີນ​ການ​ແຂ່ງຂັນ​ເລືອກ​ຕັ້ງ.

ຕອນ​ເຊົ້າວັນ​ທີ 7, ​ໃນ​ເວລາ​ພົບ​ປະ​ຜູ້​ຕາງໜ້າ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເມືອງ​​ເບ​ລາຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ນັ້ນ, ທ່ານ​ອັບບັສກ່າວ​ວ່າທະ​ແນມ​ແຕ່​ມີ​ຈຸດ​ຕັ້ງຖີ່​ນຖານ, ມີ​ການ​ຍຶດຄອງ, ກໍ​ຕ້ອງ​ສືບ​ຕໍ່​ດຳ​ເນີນການ​ຕໍ່ຕ້ານ. ກ່ອນ​ໜ້າ​ນີ້, ທ່ານ​ອາບັສກ່າວ​ຢ່າງແຈ່ມ​ແຈ້ງວ່າ, ການ​ລຸກ​ຮື​ຂຶ້ນສູ້​ດ້ວຍ​ກຳລັງ​ອາວຸດ​ທີ່​ກໍ​ຂຶ້ນຫວ່າງ 4 ປີ​ກ່ອນ​ແມ່ນ​ການ​ຜິດ​ພາດ​, ທ່ານ​ຫວັງ​ໃຫ້​ເຊົາ​ການລຸກ​ຮື​ຂຶ້ນສູ້ດ້ວຍ​ກຳລັງ​ອາວຸດ, ຈະ​ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ກັບ​ຝ່າຍ​ອິສຣາ​ແອນ​ພາຍຫລັງ​ການ​ເລື​ອກຕັ້ງທົ່ວ​ໄປສິ້ນ​ສຸດລົງ.

ມື້​ດຽວ​ກັນ, ຝ່າຍ​ຕຳຫລວດ​ອິສຣາ​ແອນ​ໄດ້​ຈັບ​ຕົວ​ທ່ານ​ບາກ​ກູ​ຕີ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຢ່າງ​ເປັນ​ອິດສະຫຼະຂອງປາ​ເລັສຕີນ​ຢູ່​ນອກ​ສຸ​ເຫຼົ່າອາກຊາ​ທີ່​ຕັ້ງຢູ່​ພູວັດ​ສັກສິດດ້ວຍ​ຂໍ້​ອ້າງ​ທີ່​ວ່າ, ຫ້າມບໍ່​ໃຫ້​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງປາ​ເລັສຕີນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ໂຄສະນາ​ແຂ່ງຂັນ​ເລືອກຕັ້ງຢູ່​ພູວັດ​ສັກສິດ ​ໃນ​ເມືອງ​ເກົ່າ​ເຢລູຊາ​​ເລັມ​ຕາ​ເວັນ​ອອກ, ​ແລ້ວ​ປ່ອຍ​ຕົວ​ທ່ານ​ຕາມ​ຫລັງ.

ຕາມ​ຜົນ​ການ​ສຳ​ຫລວດ​ເອົາ​ປະຊາ​ມະຕິ​ຫລ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ, ອັດຕາ​ສ່ວນ​ສະໜັບ​ສະ​ໜູນ​ຂອງ​ທ່ານ​ອັບ​ບັສ​ມີ 65%.