ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-08 17:53:09    
ທ່ານ​ອານ​ນານ​ກ່າວ​ວ່າ, ສະພາບ​​ໃນ​ເຂດ​ປະສົບ​ໄພ​ຂອງ​ອິນ​ໂດ​ເນ​ເຊຍ​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 7 ມັງກອນ, ​ໃນ​ເວລາ​ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄປ​ກວດກາ​ນສະພາບປະສົບ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ຢູ່​ເຂດ​ແຄມ​ທະ​ເລ​ເກາະ​ຊູ​ມັດຕຼາ​ແຫ່ງ​ອິນ​ໂດ​ເນ​ເຊຍ​ນັ້ນ, ທ່ານ​ກ່າວ​ວ່າ, ລະດັບ​ທຳລາຍ​ທີ່​ໄພພິບັດ​ສ້າງ​ຂຶ້ນ​ຢູ່​​ທ້ອງ​ຖິ່ນ​ນັ້ນ​ເຮັດ​ໃຫ້​ທ່ານຮູ້ສຶກ​ຕື່ນ​ຕົກ​ໃຈ​ທີ່​ສຸດ.

ພາຍຫລັງ​ກວດກາ​ນ​ແລ້ວ, ທ່ານ​ອານ​ນານ​ກ່າວ​ວ່າ, ຂ້າພ​ະ​ເຈົ້າບໍ່​ເຄີຍ​ເຫັນ​ການ​ທຳລາຍ​ຢ່າງຮ້າຍ​ແຮງ​ປານ​ນີ້. ດິນ​ແດນ​ແຕ່ລະ​ຜືນ​ໃນ​ທ້ອງ​ຖິ່ນ​ລ້ວນ​ແຕ່​ຖືກ​ທຳລາຍ. ​ໃນ​ເວລາ​ຢ້ຽມຢາມ​ເມືອງ​ເມ​ລາ​​ໂບ​ແຂວງ​ອາ​ເຊ​ທີ່​ຖືກ​ຄື້ນທະ​ເລ​ຊູ​ນາ​ມີ​ທຳລາຍ​ເກືອບ​ໝົດ​ນັ້ນ, ທ່ານ​ອານ​ນານ​ກ່າວ​ວ່າ, ​ທ່ານ​ໄດ້​ເຫັນ​ຜູ້​ປະສົບ​ໄພ​ໄດ້​ເລີ່​ມດຳລົງ​ຊີວິດ​ຕໍ່​ໄປ​ແລ້ວ, ທ່ານ​ເຊື່ອ​ວ່າ, ພາຍ​ໃຕ້​ການ​ຊ່ອຍ​ເຫຼືອຂອງ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ແລະ​ປະຊາ​ຄົມ​ໂລກ, ຜູ້​ປະສົບ​ໄພ​ຈະ​ສາມາດ​ຟື້ນ​ຟູ​ຊີວິດ​ເປັນ​ປົກກະຕິ​ໄດ້​ຄືນ​ໃໝ່, ​ແຕ່​ຜູ້​ປະສົບ​ໄພ​ຍັງ​ຕ້ອງການການ​ຊ່ອຍ​ເຫຼືອຢ່າງ​ແຂງ​ແຮງ.