|

ຕາມຂ່າວສານຊິນຮວາ: ວັນທີ 11 ມັງກອນ ຄະນະຖາມຂ່າວແລະທັດສະນະສຶກສາຂອງລັດຖະບານຈີນທີ່ໄປປະເທດປະສົບໄພແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍໄດ້ໄປຮອດເຂດຮີກາດູວາທີ່ປະສົບໄພຂອງສີລັງກາ,ເພື່ອຢາມສະມາຊິກກອງກອບກູ້ປິ່ນປົວຈີນໝົດທຸກຄົນທີ່ເຮັດວຽກຢູ່ຫັ້ນ.

ໂດຍມີທ່ານຊູນໂກຊຽງ ເອກອັກຄະລັດຖະທູດຈີນປະຈຳສີລັງກາເປັນເພື່ອນ,ຄະນະທັດສະນະສຶກສາທີ່ນຳໂດຍທ່ານອູຕາເວ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຖາມສະພາບເຮັດວຽກແລະການກິນການຢູ່ຂອງສະມາຊິກກອງກອບກູ້ຢ່າງລະອຽດ,ແລະຕາງໜ້າລັດຖະບານແລະປະຊາຊົນຈີນສະແດງຄວາມຂອບໃຈຕໍ່ສະມາຊິກກອງກອບກູ້ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆແລະເຮັດວຽກຢ່າງດຸໝັ່ນພາກພຽນ,ພ້ອມທັງໄດ້ມອບຂອງຕ້ອນໃຫ້ກອງກອບກູ້.

ທ່ານອູຕາເວພ້ອມດ້ວຍຄະນະຍັງໄດ້ໄປຢາມສູນອົບພະຍົບຂອງທ້ອງຖິ່ນ ສະແດງຄວາມເຫັນອົກເຫັນໃຈແລະຖາມຂ່າວຂອງປະຊາຊົນຈີນຕໍ່ປະຊາຊົນສີລັງກາທີ່ປະສົບໄພ.
|