ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-12 18:27:24    
ຝ່າຍ​ສີ​ລັງກາ​ຂອບ​ໃຈ​ນຳ​ລັດຖະບານ​ຈີນ​ທີ່​ໄດ້​ພະຍາຍາມ​ຊ່ອຍ​ສີ​ລັງກາ​ກູ້​ໄພ(ພາບ)

cri Author: li

(ກອງກອບກູ້ຂອງຈີນຢູ່ສີລັງກາ)

ຕາມ​ຂ່າວ CRI: ຕອນ​ເຊົ້າວັນ​ທີ 12 ມັງກອນ ທ່ານລາ​ຈາ​ປັກ​ເຊ​ນາຍົກ​ລັດຖະມົນຕີ​ສີລັງກາ​ໄດ້​ເຈລະຈາ​ກັບ​ທ່ານ​ອູ​ຕາ​ເວ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫົວ​ໜ້າ​ຄະນະ​ທີ່​ໄປ​ທັດສະນະ​ສຶກສາ​ຢູ່​ປະ​ເທດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ,ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ລັດຖະບານ​ຈີນ​ທີ່​​ໃຫ້​ການ​ຊ່ອຍ​ເຫຼືອ​ແລະ​ສະໜັບ​ສະໜູນ​ວຽກ​ງານ​ກູ້​ໄພ​ຂອງ​ສີ​ລັງກາ.


(ກອງກອບກູ້ຂອງຈີນຢູ່ສີລັງກາ)


ນອກ​ນີ້ ຂ່າວ​ແຈ້ງວ່າ,ວັນ​ທີ 11 ມັງກອນ ທ່ານຊາ​ລັດ ອາ​ມູນູກາ​ວາ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ສີ​ລັງກາ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສາກົນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ກູ້​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ເຊີ​ແນວ​ນັ້ນກ່າວ​ວ່າ,ລັດຖະບານ​ສີ​ລັງກາ​ຂອບ​ໃຈ​ຫຼາຍໆ​ນຳ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ທີ່​ໃຫ້ການ​ຊ່ອຍ​ເຫຼືອ​ຕ່າງໆ​ແກ່​ການກູ້​ໄພ​ຂອງ​ສີ​ລັງກາ.