|
|
 |
| (GMT+08:00)
2005-01-14 20:18:00
|
|
ເຈົ້າໜ້າທີ່ອົງການອະນາໄມໂລກຍ້ອງຍໍວ່າກອງກອບກູ້ຂອງຈີນມີກົນໄກຄ່ອງແຄ້ວແລະເຮັດວຽກຢ່າງດີເດັ່ນ
cri
Author: li
ຕາມຂ່າວໂທລະພາບCCTV: ຫວ່າງມໍ່ໆນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງອົງການອະນາໄມໂລກກ່າວວ່າ,ກອງກອບກູ້ສາກົນຂອງຈີນໄດ້ເຮັດວຽກຢ່າງດີເດັ່ນແລະມີກົນໄກຄ່ອງແຄ້ວໃນການກອບກູ້ຢູ່ເມືອງບານດາອາເຈະ ເຂດປະສົບໄພໜັກໜ່ວງຂອງອິນໂດເນເຊຍ.
ທ່ານວີຈາເຈົ້າໜ້າທີ່ອົງການອະນາໄມໂລກກ່າວວ່າ,ໃນເວລາກອງກອບກູ້ສາກົນຈີນຊ່ອຍຜູ້ປະສົບໄພຂອງອິນໂດເນເຊຍນັ້ນ ໄດ້ສະແດງໃຫ້ເຫັນຄວາມຄ່ອງແຄ້ວທີ່ສຸດ. ໃນໄລຍະຕົ້ນ,ກອງກອບກູ້ສາກົນຈີນໄດ້ປິ່ນປົວໃຫ້ຜູ້ປະສົບໄພໂດຍດ່ວນຕາມຕ້ອງການ,ດຽວນີ້ ກອງກອບກູ້ສາກົນຈີນເລີ່ມໄປປິ່ນປົວຢູ່ຕາມຊົນນະບົດທີ່ຢູ່ສອກຫຼີກ,ພ້ອມທັງເພີ່ມທະວີການຕິດຕາມສັງເກດແລະຄວບຄຸມພະຍາດລະບາດຢ່າງເຄັ່ງຄັດ. ກອງກອບກູ້ສາກົນຈີນພວມເສີມຂະຫຍາຍບົດບາດອັນສຳຄັນໃນການສ້າງສາເຂດປະສົບໄພຂອງອິນໂດເນເຊຍຄືນໃໝ່.
|
|
|