ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-18 18:58:43    
ປາ​ເລັສຕີນ​ຈັດຕັ້ງກອງ​ທະຫານ​ເຂົ້າ​ແຊກ​ພິ​ເສດ​​ເພື່ອສະ​ກັດ​ກັ້ນບໍ່​ໃຫ້ຜູ້​ປະກອບ​ອາວຸດ​ຫລອນ​ໂຈມ​ຕີ​ເປົ້າໝາຍ​ອິສລາ​ແອນ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 17 ມັງກອນ, ທ່ານ​ອັບບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້​ອອກ​ຄຳ​ສັ່ງ​ໃຫ້ຈັດຕັ້ງກອງ​ທະຫານ​ເຂົ້າ​ແຊກ​ພິ​ເສດ, ຮັບຜິດຊອບ​ໂດຍ​ຈຳ​ເພາະສະກັດ​ກັ້ນບໍ່​ໃຫ້​ຜູ້​ປະກອບ​ອາວຸດ​ປາ​ເລັສຕີນ​ຍິງ​ຈະ​ຫລວດ​ແລະ​ລູກ​ປຶນຄົກ​ໃສ່ເປົ້າໝາຍ​ອິສຣາ​​ແອນ.

ຕາມຊາບວ່າ, ກອງ​ທະຫານ​ກອງ​ນີ້​ມີ 500 ​ເຖິງ 700 ຄົນ.

ກ່ອນ​ໜ້າ​ນີ້, ທ່ານ​ອັບ​ບາສ​ເຄີຍ​ອອກ​ຄຳ​ສັ່ງ​ໃຫ້​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕີນ​ໃຊ້​ມາດ​ຕະການ​ສະກັດ​ກັ້ນບໍ່​ໃຫ້​ເກີດການ​ເຄື່ອນ​ໄຫວ​ດ້ວຍ​ກຳລັງ​ຮຸນ​ແຮງ​ທີ່​ກ່ຽວຂ້ອງ, ​ແລະ​ຮຽກຮ້ອງ​ໃຫ້​ຝ່າຍ​ກ່ຽວຂ້ອງ​ຂອງ​ປາ​ເລັສຕີນ​​ເຊົາ​ການ​ຫລອນ​ໂຈມ​ຕີ​ດ້ວຍ​ກຳລັງອາວຸດ​ຕໍ່​ເປົ້າໝາຍອິສຣາ​ແອນ.

ແຕ່​ໃນວັນ​ທີ 17 ມັງກອນ, ອົງການ​ຮາ​ມັສ ຂະ​ບວນການ​ຕໍ່ຕ້ານ​ອິສລາມ​ປາ​ເລັສຕິນ, ​ແນວ​ໂຮມ​ປົດ​ປ່ອຍປະຊາຊົນ​ປາ​ເລັສຕີນ, ​ແລະ​ກອງ​ພົນ​ນ້ອຍ​ຜູ້​ເສຍສະຫຼະອານ​ອັກ​ຊາ​ຕ່າງ​​ໄດ້​ໃຫ້​ສຳພາດຫຼືອອກ​ຖະ​ແຫລ​ງການ, ​ໄດ້​ປະຕິ​ເສດ​ຄຳ​ຮຽກຮ້ອງຂອງ​ທ່ານ​ອັບ​ບາສກ່ຽວກັບ​ການ​ເຊົາ​ຫລອນ​ໂຈມ​ຕີ​ດ້ວຍກຳລັງ​ອາວຸດຕໍ່​ເປົ້າໝາຍ​ອິສຣາ​ແອນ. ​ເພື່ອ​ເລື່ອງ​ນີ້, ທ່ານ​ອັບ​ບາສ​ຈະ​ເດີນທາງ​ໄປ​ແຖບ​ກາຊາ​ໃນ​ວັນ​ທີ 19 ມັງກອນ, ປຶກສາ​ຫາລື​ກັບ​ຜູ້​ແທນ​ຝ່າຍ​ຕ່າງໆ​ກ່ຽວ​ກັບ​ການ​ຊຳລະ​ຄວາມ​ປອດ​ໄພ​ພາຍ​ໃນ​ປາ​ເລັສຕີນ​ແນວ​ໃດ​ແລະ​ເລື່ອງ​ບັນລຸ​ການ​ຢຸດ​ຍິງ​ກັບ​ອິສ​ຣາ​ແອນ​ເປັນຕົ້ນ.​

ໃນຂະນະ​ດຽວ​ກັນ, ​ໂດຍ​​ແນ​ໃສ່​ມາດ​ຕະການ​ຂອງ​ຝ່າຍ​ປາ​ເລັສຕີນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ກ່າວ​ວ່າ, ອິສຣາ​ແອນ​ກຽມ​ຢຸດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂະໜາດ​ໃຫຍ່​ຕໍ່ປາ​ເລັສຕີນ​ຊົ່ວຄາວ.