ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-19 18:11:14    
ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ​ລະບົບ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍຈະ​ດຳ​ເນີນ​ງານ​ພາຍ​ໃນ​ໜຶ່ງ​ປີ

cri Author: li
ຕາມ​ຂ່າວ CRI: ​ໃນ​ກອງ​ປະຊຸມຫຼຸດ​ໄພ​ໂລກ​ທີ່​ຈັດ​ຂຶ້ນຢູ່​ໂຄ​ເບ​ແຫ່ງ​ຍີ່​ປຸ່ນ​ໃນ​ວັນ​ທີ 19 ມັງກອນ,ທ່ານ​ໂຄ​ອີ​ຊີໂຣ ມາ​ຊຸ​ອູຣະ ຜູ້ອຳນວຍການ​ໃຫຍ່​ອົງການ​ຢູ​ເນັສ​ໂກສະ​ຫະປະຊາ​ຊາດ​ກ່າວ​ວ່າ,ລະບົບ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍທີ່​ເປັນ​ລັກສະນະ​ພາກ​ພື້ນ​ຈະ​ໄດ້​ດຳ​ເນີນ​ງານ​ພາຍ​ໃນ​ບໍ່​ຮອດ​ໜຶ່ງ​ປີ.

ທ່ານ ໂຄ​ອີ​ຊີໂຣ ມາ​ຊຸອູຣະ ​ເວົ້າວ່າ,​ໃນ 40 ປີ​ທີ່​ຜ່ານ​ມາ,ອົງການ​ຢູ​ເນັສ​ໂກສະ​ຫະປະຊາ​ຊາດ​ໄດ້​ສະ​ສົມ​ບົດຮຽນ​ອັນ​ປະ​ເສີດ​ໃນ​ດ້ານ​ສ້າງ​ແລະນຳ​ໃຊ້ລະບົບ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ,ອົງການ​ດັ່ງກ່າວ​ກຽມ​ນຳ​ໃຊ້​ບົດຮຽນ​ເຫຼົ່ານີ້​ເຂົ້າ​ໃນ​ພາກ​ພື້ນ​ມະຫາ​ສະໝຸດ​ອິນ​ເດຍ.

ພາຍຫຼັງ​ເກີດ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ​ເມື່ອ​ເດືອນ​ທັນວາ​ປີ 2004 ​ແລ້ວ,ການ​ສ້າງ​ລະບົບ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ອັນ​ບັງ​ເກີດ​ຜົນ​ຢູ່​ພາກ​ພື້ນ​ມະຫາ​ສະໝຸດ​ອິນ​ເດຍກາຍ​ເປັນ​ຈຸດ​ໜັກ​ທີ່​ວົງ​ການ​ຕ່າງໆ​ເອົາ​ໃຈ​ໃສ່. ຫຼາຍປະ​ເທດ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມຫຼາຍຢ່າງ​ກ່ຽວ​ກັບ​ການ​ສ້າງ​ລະບົບ​ດັ່ງກ່າວ​ແນວ​ໃດ. ອົງການ​ຢູ​ເນັສ​ໂກສະ​ຫະປະຊາ​ຊາດ​ກຽມ​ຈັດ​ກອງ​ປະຊຸມ​ສອງ​ເທື່ອ​ຢູ່​ປາຣີ​ໃນ​ເດືອນ​ມີນາ​ປີ​ນີ້ ​ເພື່ອ​ປະສານ​ງານຂໍ້​ລິ​ເລີ່ມ​ເຫຼົ່ານີ້.