|
|
 |
| (GMT+08:00)
2005-01-22 17:15:20
|
|
ອົງການສະຫະປະຊາຊາດກ່າວວ່າການກູ້ໄພຄື້ນທະເລຊູນາມີພວມເຂົ້າສູ່ໄລຍະໃໝ່
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 21 ມັງກອນ ຢູ່ທີ່ບາງກອກ ຜູ້ຮັບຜິດຊອບວຽກງານກູ້ໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍຂອງອົງການສະຫະປະຊາຊາດກ່າວວ່າ,ປັດຈຸບັນ ວຽກງານກອບກູ້ຢູ່ເຂດປະສົບໄພພວມເຂົ້າສູ່ໄລຍະໃໝ່,ຈຸດໜັກວຽກງານໄດ້ເລີ່ມປ່ຽນຈາກການຊ່ອຍເຫຼືອດ່ວນແຕ່ຢ່າງດຽວກາຍເປັນການຊ່ອຍເຂດປະສົບໄພສ້າງສາຄືນໃໝ່.
ວັນທີ 21 ມັງກອນ ທ່ານນາງ ວານສະຕຼົມ ຜູ້ປະສານງານກອບກູ້ມະນຸດສະທຳຂອງອົງການສະຫະປະຊາຊາດໄດ້ເວົ້າຕໍ່ວົງການໜັງສືພິມວ່າ,ປັດຈຸບັນ ວຽກງານກອບກູ້ພວມຫັນໄປສູ່ໄລຍະທີສອງຢ່າງວ່ອງໄວ,ວຽກງານຈຸດໜັກໃນພາຍໜ້າແມ່ນຈະກໍ່ສ້າງພື້ນຖານໂຄງລ່າງຄືນໃໝ່,ຊ່ອຍຜູ້ລອດຕາຍປະກອບອາຊີບຄືນໃໝ່,ຮັບປະກັນໃຫ້ເດັກນ້ອຍກັບຄືນໂຮງຮຽນ,ປ້ອງກັນບໍ່ໃຫ້ເກີດພະຍາດລະບາດແລະອື່ນໆ.
|
|
|