ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-22 20:05:00    
ຊາວ​ອີຣັກທີ່​ອາ​ໃສ​ຢູ່​ເອມີ​ລັບ​ອາ​ລັບ​ສະ​ໝັກ​ເຂົ້າຮ່ວມ​ການ​​ເລືອກ​ຕັ້ງທົ່ວ​ໄປ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 22 ມັງກອນ ທ່ານ ນີ​ໂກລາ ບານ​ເດ​ວິນ ຜູ້​ຮັບ​ຜິດຊອບ​ອົງການຍົກຍ້າຍ​ພົນລະ​ເມືອງສາກົນ​ທີ່​ຮັບຜິດຊອບ​ການເລືອກ​ຕັ້ງຂອງ​ຊາວ​ອີຣັກຢູ່​ຕ່າງປະ​ເທດ​ໄດ້​ປະກາດ​ຕໍ່​ສື່​​ມວນ​ຊົນ​ເອມີ​ລັດອາ​ລັບ​ວ່າ,ນັບ​ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 21 ມັງກອນ ​ໄດ້​ມີ​ຊາວ​ອີຣັກທີ່​ອາ​ໃສ​ຢູ່​ເອມີ​ລັດ​ອາ​ລັບ 4600 ກວ່າ​ຄົນ​ສະໝັກ​ເຂົ້າຮ່ວມ​ການ​ເລື​ອກຕັ້ງທົ່ວ​ໄປ.

ທ່ານບານ​ເດ​ວິນ​ເວົ້າວ່າ,ອົງການ​ຍົກ​ຍ້າຍພົນລະ​ເມືອງ​​ສາກົນ​ໄດ້​ກຳນົດ​ເວລາ​7 ມື້ ສຳລັບ​ໃຫ້​ຊາວ​ອີຣັກຈົດ​ທະບຽນ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງທົ່ວ​ໄປ,ຄື​ນັບແຕ່​ວັນ​ທີ 17 ຮອດ​ວັນ​ທີ 23 ມັງກອນ. ຊາວ​ອີຣັກທີ່​ອາ​​ໃສ​ຢູ່​ເອມີ​ລັດ​ອາ​ລັບ​ມີ​ເກີນ 1 ​ແສນ​ຄົນ,​ແຕ່​ໃນ​ສາມ​ມື້ກ່ອນ,ຜູ້​ທີ່​ໄປ​ຈົດ​ທະ​ບຽນ​ໜ້ອຍ​ທີ່​ສຸດ. ​ເພື່ອ​ດຶງ​ດູດ​ເອົາ​ຊາວ​ອີຣັກທີ່​ອາ​​ໃສ​ຢູ່​ຕ່າງປະ​ເທດ​ຍິ່ງຫຼາຍ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມັງກອນ,ອົງການ​ດັ່ງກ່າວ​ໄດ້​ຕໍ່​ເວລາ​ເຊົາ​ຈົດ​ທະບຽນ​ໃນ​ແຕ່​ລະ​ມື້​ຈາກ​ 5 ​ໂມງ​ແລງ​ໄປ​ຮອດ​ 7 ​ໂມງ​ຄ່ຳ,​ແລະ​ໄດ້​ຜ່ານ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ໂຄສະນາ​ການ​ເລືອກ​ຕັ້ງ​ເທື່ອ​ນີ້. ດັ່ງນັ້ນ ​ໃນ​ສອງ​ມື້​ມາ​ນີ້ ຈຳນວນ​ຄົນຈົດ​ທະບຽນ​​ໄດ້​ເພີ່ມ​ຂຶ້ນຢ່າງ​ເດັ່ນ​ຊັດ.