|
 |
(GMT+08:00)
2005-01-23 16:54:39
|
ບາງຝ່າຍຂອງປາເລັສຕີນຮັບເຫັນດີນຳສັນຍາຢຸດຍິງຕໍ່ອິສຣາແອນຢ່າງມີເງື່ອນໄຂ
cri
Author: li
ຕາມຂ່າວ CRI: ວັນທີ 22 ມັງກອນ ຢູ່ທີ່ກາຊາ,ບາງຝ່າຍຂອງປາເລັສຕີນຕ່າງປະກາດວ່າ,ຮັບເຫັນດີນຳສັນຍາຢຸດຍິງກັບອິສຣາແອນຢ່າງມີເງື່ອນໄຂ.
ວັນທີ 22 ມັງກອນ ຢູ່ທີ່ກາຊາ,ແນວໂຮມປະຊາຊົນປົດປ່ອຍປາເລັສຕີນແລະແນວໂຮມປະຊາທິປະໄຕປົດປ່ອຍປາເລັສຕີນກ່າວຕໍ່ສື່ມວນຊົນວ່າ,ສັນຍາຢຸດຍິງຄວນແມ່ນສັນຍາລະຫວ່າງສອງຝ່າຍ,ຝ່າຍອິສຣາແອນຕ້ອງຢຸດຕິການລ່ວງລ້ຳດິນແດນປາເລັສຕີນ.
ໃນຂະນະດຽວກັນນີ້ ຢູ່ທີ່ກາຊາ ທ່ານອາບູ ໂມຮາເມັດ ໂຄສົກຂອງກອງພົນນ້ອຍນັກລົບເສຍສະຫຼະອານອັກຊາ ອົງການການທະຫານສັງກັດຂະບວນການປົດປ່ອຍຊາດປາເລັສຕີນ(ອານຟາຕາ)ກ່າວວ່າ,ຖ້າອິາຣາແອນໃຫ້ຄຳໝັ້ນສັນຍາຢຸດຕິການລ່ວງລ້ຳປາເລັສຕີນ,ປ່ອຍຕົວຊາວປາເລັສຕີນທີ່ຖືກກັກຂັງແລ້ວ,ອົງການດັ່ງກ່າວຍິນດີເຊັນສັນຍາຢຸດຍິງກັບອິສຣາແອນ.
|
|
|