|
ພັດສະດຸກູ້ໄພຄື້ນທະເລຊູນາມີທີ່ຈີນບໍລິຈາກໃຫ້ອາຟິຼການັ້ນຂົນສົ່ງຮອດເກນຢາ
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 23 ມັງກອນ ພັດສະດຸກູ້ໄພທີ່ລັດຖະບານຈີນບໍລິຈາກໃຫ້ເກນຢາແລະໂຊມາລີ ປະເທດອາຟິຼກາທີ່ປະສົບໄພຄື້ນທະເລຊູນາມີນັ້ນໄດ້ຂົນສົ່ງຮອດເນໂລບີ ນະຄອນຫຼວງເກນຢາ.
ພັດສະດຸກູ້ໄພງວດນີ້ມີມູນຄ່າ 10 ລ້ານ 8 ແສນ 5 ໝື່ນຄົນ,ລວມທັງອາຫານ,ຢຸກຢາ,ຕູບຜ້າເຕັນ,ຈັກຜະລິດໄຟຟ້າ,ເຄື່ອງໃຊ້ປະຈຳວັນແລະອຸປະກອນເຮັດການເປັນຕົ້ນ.
ທຳນຽບປະທານາທິບໍດີຂອງເກນຢາແລະທຳນຽບປະທານາທິບໍດີໂຊມາລີລ້ວນແຕ່ສະແດງຄວາມຂອບໃຈດ້ວຍຄວາມຈິງໃຈຕໍ່ການບໍລິຈາກທີ່ເອື້ອເຟື້ອເພື່ອແພ່ຂອງຈີນ,ຍ້ອງຍໍຈີນແມ່ນເພື່ອນມິດແທ້ຈິງທີ່ໄວ້ໃຈໄດ້,ແລະກ່າວວ່າຈະສົ່ງພັດສະດຸກູ້ໄພໃຫ້ຜູ້ປະສົບໄພໂດຍໄວ.
|
|