ຕາມຂ່າວສານຊິນຮວາ,ສື່ມວນຊົນຊອກດານີລາຍງານໃນວັນທີ 31 ມັງກອນວ່າ,ທ່ານຮານີ ມູນກີ ລັດຖະມົນຕີການຕ່າງປະເທດຊອກດານີກ່າວເນັ້ນວ່າ,ຊອກດານີບໍ່ຫ່ອນສົ່ງກອງທະຫານຮັກສາຄວາມປອດໄພໄປເຂດປາເລັສຕີນ
ທ່ານມູນກີກ່າວວ່າ ຖ້າຝ່າຍປາເລັສຕີນຮຽກຮ້ອງໃຫ້ຊອກດານີໃຫ້ຄວາມຊ່ອຍເຫຼືອໃນດ້ານຄວາມປອດໄພ,ຊອກດານີຈະເຝິກອົບຮົມຜູ່ຮັກສາຄວາມປອດໄພໃຫ້ປາເລັສຕີນຢູ່ໃນປະເທດຕົນ,ນອກນີ້,ທ່ານເຫັນວ່າ ໃຫ້ກອງທະຫານກະທົບໄວຂອງປາເລັສຕີນທີ່ປະຈຳຢູ່ຊອກດານີເຂົ້າເຂດປາເລັສຕີນກໍໄດ້
|