ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-01 17:11:20    
ສະຫະພາບ​ເອີ​ລົບ​ຮຽກຮ້ອງ​ໃຫ້​ດຳ​ເນີນ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງຄືນ​ໃຫມ່

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ 31 ມັງກອນ,ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ​ທີ່​ພວມ​ຈັດ​ຂຶ້ນ​ຢູ່​ບຼູ​ແຊນ​​ໄດ້​ສະ​ແດງ​ຄວາມສະຫນັບສະຫນູນການ​ພົບ​ປະ​ລະຫວ່າງ​ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​​​ແລະ​ທ່ານ​ຊາ​ລົງ ນາຍົກລັດຖະມົນຕີ​ອິສລາ​ແອນ​ເຊິ່ງ​ຈະ​ຈັດ​ຂຶ້ນ​ໃນ​ໄວ​ໆ​ນີ້,ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ພ້​ອມກັນທຳ​ຄວາມ​ພະຍາຍາມ, ດຳ​ເນີນ​ແຜນການ​​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ


ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ກອງ​ປະຊຸມ,ທ່ານ​ອາ​ເຊ​ບອນລັດຖະມົນຕີການ​ຕ່າງປະ​ເທດລຸກຊຳ​ບັວກ ປະ​ເທດ​ປະທານ​ຝຽນ​ຂອງສະຫະພາບ​ເອີ​ລົບ​ກ່າວ​ວ່າ,ປາ​ເລັສຕີນ​ອິສລາ​ແອນ​ຟື້ນ​ຟູ​ການ​ພົບ​ປະ​ຊັ້ນ​ສູງ​ແມ່ນ​ວີ​ແວວອັນຕັ້ງຫນ້າ,​ເວລາ​ດຳ​ເນີນຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ໄດ້​ສຸກ​ງອມ​ແລ້ວ


ທ່ານ​ໂຊ​ລາ​ນາ ຜູ່​ແທນ​ຊັ້ນສູງ​ທີ່​ຮັບຜິດຊອບ​ວຽກ​ງານ​ການ​ຕ່າງປະ​ເທດ​ແລະ​ຄວາມ​ປອດ​ໄພ​ຂອງ​ສະຫະ​ພາບ​ເອີ​ລົບ​​ກໍໄດ້​ຮຽກຮ້ອງ​ໃຫ້​ປາ​ເລັສ ຕີນ​ອິສລາ​ແອນ​ພະຍາຍາມກ້າວໄປສູ່​ແຜນການເສັ້ນທາງສັນຕິພາບ