ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-01 17:35:54    
ເຈົ້າ​ຫນ້າ​ທີ່​ຊັ້ນ​ສູງ​ປາ​ເລັສຕີນອິສລາ​ແອນ​ຈັດການ​ພົບ​ປະ​ອີກ​ເທື່ອ​ຫນຶ່ງ

cri

ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ຄ່ຳ​ວັນ​ທີ 31 ມັງກອນ,ທ່ານ​ຊາ​ອຸນ ໂມ​ຟາ​ສ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສລາ​ແອນ​ແລະ​ທ່ານ​ໂມ​ຮາ​ເມັດ ​ດາ​ລານ ທີ່​ປຶກສາ​ຮັກ​ສາຄວາມ​ປອດ​ໄພ​ຂອງປາ​ເລັສຕີນ​ໄດ້​ຈັດການ​ພົບ​ປະ​ຢູ່​ເມືອງ​​ເຕລາ​ວິ​ຟ ຂອງ​ອິສລາ​ແອນ,ປຶກສາ​ຫາລື​ຕໍ່​ໄປ​ກ່ຽວ​ກັບ​ບັນຫາ​ອິສລາ​ແອນ​ມອບຮັບສິດ​ຄວບ​ຄຸມຫຼ​າຍ​ເມືອງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃຫ້ປາ​ເລັສຕີນ


ເຈົ້າ​ຫນ້າ​ທີ່​ປາ​ເລັສຕີນ​ເຜີຍ​ໃຫ້​ຮູ້​ວ່າ,ການ​ພົບ​ປະ​ເທື່ອ​ນີ້​ກິນເວລາ 4 ຊົ່ວ​ໂມງ,​ແຕ່​ເຈົ້າ​ຫນ້າ​ທີ່​ຜູ່​ນີ້​ປະຕິ​ເສດ​ເຜີຍ​ໃຫ້​ຮູ້ຜົນການ​ພົບ​ປະ​ເທື່ອ​ນີ້


ກ່ອນ​ຫນ້ານີ້,ທ່ານ​ໂມ​ຟາ​ສ​ແລະ​ທ່ານ​ດາລານ​ເຄີຍ​ຈັດການ​ພົບ​ປະ​ກ່ຽວ​ກັບ​ວຽກງາ​ນ ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ຕອນ​ຄ່ຳ​ວັນ​ທີ 29 ມັງກອນ,ພາຍຫຼັງ​ມາ ​ເຈົ້າ​ຫນ້າ​ທີ່​ປາ​​ເລັສຕີນ​ກ່າວ​ວ່າ,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​​ແລະ​ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິສລາ​ແອນມີ​ຫວັງ​ຈະ​ຈັດການ​ພົບ​ປະ​ກ່ອນ​ແລະ​ຫຼັງ​ວັນ​ທີ 8 ກຸມພາ.