|
 |
(GMT+08:00)
2005-02-01 18:04:34
|
ຝ່າຍປະກອບອາວຸດຂອງປາເລັສຕີນອາດຈະຫຼອນໂຈມຕີເປົ້າໝາຍຂອງອິສຣາແອນຄືນອີກ
cri
Author: li
ຕາມຂ່າວ CRI: ວັນທີ 1 ກຸມພາ ວິທະຍຸອິສຣາແອນລາຍງານວ່າ,ວັນທີ 31 ມັງກອນ ບັນດາຝ່າຍປະກອບອາວຸດຂອງປາເລັສຕີນກ່າວເຕືອນວ່າ,ຖ້າອິສຣາແອນສືບຕໍ່ໃຊ້ການເຄື່ອນໄຫວທາງການທະຫານບົນດິນແດນປາເລັສຕີນປົກຄອງຕົນເອງແລ້ວ,ພວກເຂົາເຈົ້າຈະຫຼອນໂຈມຕີເປົ້າໝາຍຂອງອິສຣາແອນຄືນອີກ.
ໃນຖະແຫຼງການຮ່ວມສະບັບໜຶ່ງໃນວັນທີ 31 ມັງກອນ,8 ຝ່າຍປະກອບອາວຸດຂອງປາເລັສຕີນຄືອົງການຮາມັສ,ກອງພົນນ້ອຍຜູ້ເສຍສະຫຼະອານອັກຊາ ເຊິ່ງເປັນອົງການການທະຫານສັງກັດອົງການອານຟາຕາແລະອົງການອິສລາມຈີຮັດເປັນຕົ້ນໄດ້ປະກາດຄຳເຕືອນດັ່ງກ່າວຕໍ່ອິສຣາແອນ.
|
|
|