ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-04 18:16:04    
ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ມີ​ແຜນ​​ໃຫ້​ທະຫານ ​ອາ​ເມ​ລິ​ກາ​ປະຈຳ​ຢູ່ອີຣັກ​ 1 ​ແສນ 3 ໝື່ນ 5 ພັນ​ຄົນ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ງານ​ຟັງ​ຄຳ​ໃຫ້ການ​ທີ່​ຄະນະ​ກຳມາ​ທິການ​ການ​ທະຫານ​ສັງກັດ​ສະພາ​ສູງ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ກຸມພາ ທ່ານພໍ ​ໂວນ​ໂຟວິສ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ເວົ້າວ່າ,ປີ​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ​ມີ​ແຜນ​ຈະ​​ໃຫ້​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ຢູ່ອີຣັກ​ 1 ​ແສນ 3 ໝື່ນ 5 ພັນ​ຄົນ​.

ທ່ານ​ໂວ​ນ​ໂຟວິສກ່າວ​ວ່າ,ອາ​ເມ​ລິ​ກາ​ຍິນ​ດີ​ຊ່ອຍ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ຍົກ​ຄວາມ​ສາມາດ​ໃຫ້​ສູງ​ຂຶ້ນ​ເທົ່າ​ທີ່​ເຮັດ​ໄດ້. ຖ້າ​ທະຫານ​ອ​າ​ເມລິ​ກາ​ເລື່ອນ​ເວລາ​ປະຈຳ​ຢູ່​ອີຣັກ​ສາມາດ​ເສີມ​ສ້າງ​ຄວາມ​ສາມາດ​ຂອງ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ,​ໃຫ້​ພວກ​ເຂົາ​ເຈົ້າ​ເສີມ​ຂະຫຍາຍ​ບົດບາດ​ໄວ​ກວ່າ​ເກົ່າ​ແລ້ວ,ມັນ​ກໍ​ເປັນ​ການ​ຊື້​ຂາຍ​ກັນ​ທີ່​​ເປັນຕາ​ເຮັດ.