ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-13 16:40:02    
ອົງການຮາ​ມາສ​ແລະ​ອົງ​ການຈີ​ຮັດ​ເຫັນ​ດີ​ຢຸດ​ຕິ​ການ​ຫຼອນ​ໂຈມ​ຕີ​ເປົ້າ​ໝາຍ​ອິສຣາ​ແອນ​ຊົ່ວ​ຄາວ

cri

ຕາມ​ຂ່າວ​CRI: ວັນ​ທີ 12 ກຸມພາ, ອົງການ​ຮາ​ມາສ​ແລະ​ອົງການ​​ຈີ​ຮັດ​ກ່າວ​ວ່າ, ​ເຫັນ​ດີ​ຢຸດຕິ​ການ​ຫຼອນໂຈມ​ຕີ​ເປົ້າ​ໝາຍ​ອິສຣາ​ແອນ​​ຊົ່ວຄາວ.

ຕອນ​ຄ່ຳ​ວັນ​ທີ 12 ກຸມພາ, ທ່ານ ອັບ​ບາສ ປະ​ທານ​ອົງການ​ອຳນາດ​​ແຫ່ງ​ຊາດ​ປາ​ເລັສຕິນ​ແລະ​ຜູ່​ນຳ​ຂອງ​ອົງການ​ຮາ​ມາສ​ແລະ​ອົງການຈີ​ຮັດ​ໄດ້​ຈັດ​ການ​ເຈລະຈາ​ຢູ່​ກາຊາ. ພາຍ​ຫຼັງ​ການ​ເຈ​ລະ​ຈາ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານ ຈາ​ຮາ​ຜູ່​ນຳ​ຊັ້ນ​ສູງ​ຂອງ​ອົງການ​ຮາ​ມາສກ່າວ​ວ່າ, ອົງ​ການ​ຮາ​ມາສ​ຈະ​​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ນຳ​ຝ່າຍ​ອິສຣາ​ແອນ​ທີ່​ຈະປະ​ຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາຢ່າງ​ແທ້​ຈິງ​ຫຼື​ບໍ່, ​ແລ້ວ​ຈຶ່ງ​ຈະ​ຕົກລົງເຫັນ​ດີ​ເຊັ່ນສັນຍາ​ຢຸດ​ຍິງ​ໄລຍະ​ຍາວກັບ​ຝ່າຍ​ອິສະຣາ​ແອນຫຼື​ບໍ່.

ນອກ​ນີ້​ຂ່າວ​ແຈ້ງວ່າ, ວັນ​ທີ 12 ກຸມພາ, ອິສຣາ​ແອນ​ປາ​ເລັສຕິນ​ໄດ້​ເປັນ​​ເອກ​ກະສັນ​ກັນ​ກ່ຽວກັບ​ການ​ມອບ​ສິດຄວບ​ຄຸມເມືອງ ​ເຈ​ລິ​​ໂຄ ຢູ່​ຝັ່ງຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ​ໃນ​ມື້​ດຽວ​ກັນ, ​ເຈົ້າ​ໜ້າ​ທີ່​ອິສຣາ​ແອນ​ແລະ​ປາ​ເລັສຕິນຍັງ​ໄດ້​ຢືນຢັນ​ວ່າ, ອິສຣາ​ແອນ​ຈະ​ອະນຸຍາດ​ຊວາ​ປາ​ເລັສຕີນ 56 ຄົນ​ທີ່​ຖຶກ​ຝ່າຍ​ອິສຣາ​ແອນໄລ່​ອອ​ກຈາກ​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳຈໍ​ແດນ​ນັ້ນ​ກັບ​ຄືນ​ບ້ານ​ເກີດ.