ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-14 18:34:56    
ອົງ​ການ​ຮາ​ມາສ​ຄັດ​ຄ້ານ​ອາ​ເມ​ລິ​ກາ​ແຕ່ງ​ທູດ​ພິ​ເສດ​ບັນ​ຫາ​ຄວາມ​ປອດ​ໄພ​ໄປ​ເຂດ​ປາ​ເລັດ​ສຕິ​ນອິສ​ຣາ​ແອນ

cri

ຕາມ​ຂ່າວCRI: ວັນ​ທີ 13 ກຸມພາ, ອົງ​ການ​ຮາ​ມາສ​ອອກ​ຖະ​ແຫຼ​ງການ​ວ່າ, ຄັດ​ຄ້ານຢ່າງ​ຮຸນ​​ແຮງກ່ຽວ​ກັບ​ອາ​ເມ​ລິ​ກາ​ແຕ່ງ​ທູດ​ພິ​ເສດ​ບັນຫາຄວາມ​ປອດ​ໄພ​ໄປ​ເຂດປາ​ເລັດສຕິ​ນອິສຣາ​ແອນ.

ບົດ​ຖະ​ແຫຼ​ງການ​ຂຽນ​ວ່າ, ອາ​ເມ​ລິ​ກາ​ເອົາ​ການ​ຕິດ​ຕາມ​ກວດ​ກາ​ການ​ປະ​ຕິ​ຮູບ​​ກອງ​ທະ​ຫານຮັກສາ​ຄວາມ​ປອດໄພ​ປາ​ເລັສຕິນ​ເປັນ​ຈຸ​ປະສົງ​ແຕ່ງ​ທູດ​ພິ​ເສດ​ບັນຫາຄວາມ​ປອດ​ໄພ​ໄປ​ເຂດ​ປາ​ເລັສຕິ​ນອິສຣາ​ແອນ, ​ທັງນີ້​ເປັນ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປາ​​ເລັດສຕິນ, ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ໝາຍ​ຈະປຸກ​ປັ່ນ​ການຕ້ານ​ຢັນກັນ​ລະຫວ່າງ​ກອງ​ທະຫານຮັກສາ​ຄວາມ​ປອດ​​ໄພ​ປາ​ເລັສ​ຕິນ​ກັບ​ກຳລັງ​ຕໍ່​ຕ້ານ​ຂອງ​ປາ​ເລັສຕິນ.

ວັນ​ທີ 7 ກຸມພາ ​ໃນ​ເວລາ​ຢ້ຽມຢາມ​ເຂດ​ປາ​ເລັສຕິ​ນອິສຣາ​ແອນ ທ່ານ​ນາງ ​ໄລ​ສ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ປະ​ກາດ​ວ່າ, ອາ​ເມ​ລິ​ກາ​ຈະ​ແຕ່ງ​ນາ​ຍ ພົນ ​​ໂວ​ດເປັນ​ທູດ​ພິ​ເສດ​ບັນຫາຄວາມ​ປອດ​ໄພ​ພາກ​ຕາ​ເວັນ​ອອກ​ກາງຂອງ​ອາ​ເມ​ລິ​ກາ​ໄປ​ເຂດ​ປາ​ເລັດສຕິ​ນອິສລະ​ແອນ.