ຕາມຂ່າວສານຊິນຮວາ ຂ່າວສານແຟງລັງລາຍງານວ່າ ວັນທີ 23 ກຸມພາ ຢູ່ທີ່ແຮນຊິງກີ ທ່ານມາລິກມາຣ໌ມຸດ ຜູ່ນຳຂະບວນການອາເຈະເສລີ ເຊິ່ງເປັນ ອົງການລັດທິແບ່ງແຍກຂອງອິນໂດເນເຊຍກ່າວວ່າ,ຂະບວນການອາເຈະເສລີບໍ່ໄດ້ປະລະຄວາມຮຽກຮ້ອງອາເຈະເປັນເອກະລາດ,ແຕ່ກໍພວມຄົ້ນຄວ້າຄວາມອາດເປັນໄປໄດ້ທີ່ໃຫ້ອາເຈະປົກຄອງຕົນເອງ
ທ່ານມາຣ໌ມຸດແມ່ນໃຫ້ທັດສະນະດັ່ງກ່ວາຫຼັງຈາກການເຈລະຈາສັນຕິພາບຮອບສອງລະຫວ່າງລັດຖະບານອິນໂດເນເຊຍກັບອົງການດັ່ງກ່າວທີ່ຈັດຂື້ນຢູ່ແຮນຊິງກີທ່ານຍັງກ່າວວ່າ ຫຼັງຈາກໄພຄື້ນຊູນາມີມະຫາສະຫມຸດອິນເດຍເກີດຂຶ້ນໃນປີ 2004 ,ສິ່ງທີ່ສຳຄັນທີ່ສຸດແມ່ນຮັບປະກັນໃຫ້ວຽກງານຊ່ອຍກອບກູ້ຢູ່ເຂດປະສົບໄພຂອງອາເຈະດຳເນີນໄປຢ່າງສະດວກ,ດ້ວຍເຫດນີ້,ຂະບວນການອາເຈະເສລີເຫັນດີໃຫ້ສອງຝ່າຍປືກສາຫາລືກ່ຽວກັບການປະຕິບັດການຄຸ້ມຄອງທາງບໍລີຫານດ້ວຍຫຼາຍຮູບການຢູ່ອາເຈະໃນການເຈລະຈາສັນຕິພາບຮອບສອງທີ່ຈັດຂຶ້ນຢູ່ແຮນຊິງກີ
|