ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-25 09:41:29    
ລັດ​ຖະບານ​ຊຸດ​ໃໝ່​ຂອງ​ປາ​ເລັສ​ຕີນ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​(ພາບ)

cri Author: li

ຕາມ​ຂ່າວ CRI: ວັນ​ທີ 24 ກຸມພາ ລັດຖະບານ​ປົກຄອງ​ຕົນ​ເອງ​ຊຸດ​ໃໝ່​ຂອງ​ປາ​ເລັສຕີນ​ໄດ້​ສາບານ​ຕົວ​ຂຶ້ນຮັບ​ຕຳ​ແໜ່ງຢູ່​ລາມາ​ລາ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ.



ພາຍຫຼັງ​ເປັນ​ປະທານ​ຈັດພິທີ​ຂຶ້ນຮັບ​ຕຳ​ແໜ່ງ​ແລ້ວ,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ເວົ້າວ່າ,ລັດຖະບານ​ປົກຄອງ​ຕົນ​ເອງ​ຊຸດ​ໃໝ່​ຂອງ​ປາ​ເລັສຕີນ​ປະກອບ​ດ້ວຍ​ຜູ້​ມີ​ຄວາມ​ຮູ້​ແບບ​ຜູ້​ຊ່ຽວຊານ​ທີ່​ອາຍຸ​ໜຸ່ມ​ແລະ​ສຸຂະພາບ​ເຂັ້ມ​ແຂງ,ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ຄວາມ​ສາມາດ​ປົກຄອງ​ຂອງ​ສະມາຊິກ​ລັດຖະບານ. ຕາມ​ໄດ້​ຊາບ,​ໃນ​ສະມາຊິກ​ຄະນະ​ລັດຖະບານ​ໃໝ່ 24 ຄົນ ມີ​ແຕ່ 6 ຄົນ​ມາ​ຈາກ​ລັດຖະບານ​ຊຸດ​ກ່ອນ​ຂອງ​ທ່ານ​ຄູ​ໄລ.



ວັນ​ທີ 24 ກຸມພາ ທ່ານ​ຊາ​ໂລມ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິສຣາ​ແອນ​ກ່າວ​ວ່າ,ຫວັງ​ໃຫ້​ລັດຖະບານ​ຊຸດ​ໃໝ່​ຂອງ​ປາ​ເລັສຕີນ​ໃຊ້​ນະ​ໂຍບາຍ​ໃໝ່​ໃນ​ດ້ານ​ໂຈມ​ຕີ​ອົງການ​ຫົວ​ຮຸນ​ແຮງ,ບັນລຸ​ສັນຕິພາບ​ກັບ​ອິສຣາ​ແອນ.