ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-25 16:46:36    
ຈີນ​ມີ​ເຈດ​ຈຳນົງ​​ໃຫ້ສ້າງກົນ​ໄກ​ຄຸ້ມ​ຄອງ​ຫຼາຍ​ຝ່າຍ​ທີ່​ຍິ່ງ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ອິນ​ເຕີເນັດ

cri

ຕາມ​ຂ່າວCRI  ວັນ​ທີ 24 ກຸມພາ ທ່ານ​ຊາ​ຈູ​ຄັ່ງ ຜູ່​ແທນ​ຈີນ​ປະຈຳ​ອົງການ​​ສະຫະ​ປະຊາ​ຊາດ​ທີ່ເຊີ​​ແນວ​ຊີ້​ອອກ​ວ່າ,ຈີນ​ມີ​ເຈດ​ຈຳນົງ​ໃຫ້​ສ້າງກົນ​ໄກ​ຄຸ້ມ​ຄອງ​ຫຼາຍ​ຝ່າຍຊະນິດ​ຫນຶ່ງທີ່​ຍິ່ງ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ອິນ​ເຕີ​ເນັດ  ຍິ່ງ​ສົມ​ເຫດສົມ​ຜົນ ​​ແລະ​ທ່ຽງທຳກວ່າ​ເກົ່າ

ໃນກອງ​ປະຊຸມກະ​ກຽມຄັ້ງ​ທີ​ສອງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ສັງຄົມ​ຂໍ້​ມູນ​ຂ່າວສານ​ໃນ​​ມື້​ດຽວ​ກັນ ,ທ່ານ​ຊາ​ຈູ​ຄັ່ງ​​ໄດ້ປະກອບ​ຄຳ​ຄິດ​ຄຳ​ເຫັນ​ວ່າ,​ອິນ​ເຕີ​ເນັດໃນຖານ​ເປັນ​ພື້ນຖານ​ໂຄງ​ລ່າງ​ສາທາ ລະນະ​ໃນ​ທົ່ວ​ໂລກ,ການ​ຄຸ້ມ​ຄອງ​ສາກົນ​ຂອງ​ອິນ​ເຕີເນັດຄວນ​ເປັນ​ແບບຫຼາຍ​ຝ່າຍ ​ໂປ່​ງ​ໃສ​ແລະ​ປະຊາທິປະ​ໄຕ ມີ​ລັດຖະບານ ພາກສ່ວນ​ເອກະ​ຊົນ ອົງການ​ຈັດຕັ້ງ​ມວນ​ຊົນ​ແລະ​ອົງການ​ສາກົນ​ເຂົ້າ​ຮ່ວມ​ຢ່າ​ງຮອບດ້ານ,ຄວນ​ຮັບປະກັນ​ໃຫ້​​ຈັດ​ສັນ​ຊັບພະຍາກອນຢ່າງ​ທ່ຽງ​ທຳ ​ໃຫ້​ຄົນ​ທັງ​ຫມົດ​ເຂົ້າ​ອິນ​ເຕີເນັດ​ຢ່າງ​ສະດວກ,​ແລະ​ຮັບປະກັນ​ໃຫ້​ອິນ​ເຕີ​ເນັດ​ຫມູນ​ເດີນ​ຢ່າງ​ຫມັ້ນ​ທ່ຽງ​ແລະ​​ປອດ​ໄພ


ທ່ານ​ຊາ​ຈູ​ຄັ່ງ​ຍັງ​ຊີ້​ອອກ​ວ່າ ສິດ​ຕົກລົງ​ນະ​ໂຍບາຍ​ສາທາລະນະ​ຂອງອິນ​ເຕີ​ເນັດ​ແມ່ນ​ອະທິປະ​ໄຕ​ຂອງ​ບັນດາ​ປະ​ເທດ  ລັດຖະບານ​ບັນດາ​ປະ​ເທດ​ຄວນເສີມ​ຂະຫຍາຍ​ບົດບາດນຳ​ພາ​ໃນ​ເວລາ​​​ປະ​ເທດໃຜລາວ​ຕົກລົງ​ນະ​ໂຍບາຍຂອງ​ປະ​ເທດ​ຕົນ