ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-27 17:14:46    
ອົງການ​ຈີ​ຮັດ​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ​ຮັບ​ຜິດ​ຊອບ​ຕໍ່​ຄະ​ດີ​ລະ​ເບີດ​ຢູ່​ເຕ​ລາ​ວິຟ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 26 ກຸມພາ, ອົງການ​ຈີ​ຮັດໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ​, ຮັບຜິດຊອບ​ຕໍ່​ຄະດີ​ລະ​ເບີດ​ທີ່ເຕລາ​ວິ​ຟ. ​ເພື່ອ​ແກ້​ແຄ້ນ​ຕໍ່​ເຫດການ​ດັ່ງກ່າວ, ມື້​ດຽວ​ກັນ, ອິສຣາ​ແອນ​ຕົກລົງ​ງົດຊົ່ວຄາວຕໍ່​ແຜນການ​ມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ​ຕົວ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ່​ແດນ​ໃຫ້​ຝ່າຍ​ປາ​ເລັສຕີນ​​.

ວັນ​ທີ 26 ກຸມພາ, ອົງການ​ຈີ​ຮັດ​ໄດ້​ປະກາດ​ກະ​ແຊັດ​ວິ​ດີ​ໂອ​ກະ​ແຊັດ​ໜຶ່ງ, ​ໃນ​ວິ​ດີ​ໂອ, ​ລະ​ເບີດ​ມະນຸດທີ່​ປະຕິບັດ​ການ​ເຄື່ອນ​ໄຫວ​ຫລອນ​ໂຈມ​ຕີ​ດ້ວຍລະ​ເບີດ​ແບບ​ຂ້າ​ໂຕ​ຕາຍ​ກ່າວ​ວ່າ, ລາວ​ເຮັດ​ແນວ​ນີ້​ແມ່ນ​ເພື່ອ​ທຳລາຍ​ຄວາມ​ພະຍາຍາມຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ທີ່ຢຸດ​ຍິງ​ຕໍ່​ອິສຣາ​ແອນ​.

ມື້​ດຽວ​ກັນ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸອິສຣາ​ແອນ, ທ່ານ​ໂມ​ຟາ​ສ໌ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ກ່າວ​ວ່າ, ພາຍຫລັງ​ອົງການ​ຫົວ​ຮຸນ​ແຮງ​ປາ​ເລັສຕີນ​ປະຕິບັດ​ການ​ຫລອນ​ໂຈມ​ຕີ​ເຕລາ​ວິ​ຟ​ດ້ວຍ​ລະ​ເບີດ​ຂ້າ​​ໂຕ​ຕາຍ​ແລ້ວ, ຝ່າຍ​ອິສຣາ​ແອນ​ບໍ່​ອາດ​ຈະ​ມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ 5 ຕົວ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ່​ແດນ​ໃຫ້​ຝ່າຍ​ປາ​ເລັສຕີນ​ຕາມ​ແຜນການ. ຝ່າຍ​ອິສຣາ​ແອນ​ຕົກລົງ​ແກ້​​ແຄ້ນ​ຕໍ່​ອົງການ​ຈີ​ຮັດ.

ນອກ​ນີ້, ອິສຣາ​ແອນ​ຍັງ​ຕິຕຽນ​ວ່າ​ຊີ​ເລຍ​ສື​ບຕໍ່ສະໜັບສະ​ໜູນ​ອົງການ​ກໍ່ການຮ້າຍ, ​ແລະປົກ​ປ້ອງ​ອົງການ​​ເຫຼົ່ານີ້. ​ໃນ​ຫລາຍ​ມື້​ຂ້າງ​ໜ້າ, ອິສຣາ​ແອນ​ຈະ​ແຕ່ງ​ເຈົ້າໜ້າ​ທີ່​ກໍ່​ການ​ກ່າວ​ໂຈມ​ຕີ​ຊີ​ເລຍ​ທາງ​ການ​ທູດ​ໃນ​ສາກົນ.