ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-07 18:14:28    
ສີ​ລັງກາ​​ເລັ່ງລັດ​ວຽກງານ​ກູ້​ໄພ​ຄື້ນຊູ​ນາ​ມີ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ​ໜັງສືພິມຝ່າຍ​ທາງ​ການ​ຂອງ​ສີ​ລັງກາ​ສະບັບ​ວັນ​ທີ 7 ມີນາ​ລາຍ​ງານວ່າ, ນັບ​ມາ​ຮອດ​ວັນ​ທີ 28 ກຸມພາ, ຜູ້​ປະສົບ​ໄພ​ຄື້ນຊູ​ນາ​ມີ​ປະມານ 85% ຂອງ​ສີ​ລັງກາ​ໄດ້​ຮັບ​​ເງິນສົດ​ແລະ​ວັດຖຸ​ຊ່ອຍ​ເຫຼືອຈາກ​ລັດຖະບານ​ແລ້ວ.

ຄື້ນຊູ​ນາ​ມີ​ທີ່​ເກີດ​ຂຶ້ນຢູ່​ມະຫາ​ສະໝຸດ​ອິນ​ເດຍ​ໃນ​ວັນ​ທີ 26 ທັນວາ​ປີ​ກາຍ​ນີ້​ໄດ້​ເຮັດ​ໃຫ້​ຊາວ​ສີ​ລັງກາ 3 ໝື່ນ​ກວ່າ​ຄົນ​ເສຍ​ຊີວິດ, ຊີວິດ​ການ​ເປັນ​ຢູ່​ຂອງພົນລະ​ເມືອງ​ສີ​ລັງກາ​ປະມານ 9 ​ແສນ 8 ໝື່ນ​ຄົນ​ຖືກ​ຜົນກະທົບຢ່າງ​ຮ້າຍ​ແຮງ, ການ​ເສຍ​ຫາຍ​ທາງ​​ເສດຖະກິດ​ກະ​ວ່າ​ມີຫລາຍ​ກວ່າ 1 ຕື້​ໂດ​ລາ​ສະຫະລັດ. ພາຍຫລັງ​ເກີດ​ຄື້ນຊູ​ນາ​ມີ​ແລ້ວ, ລັດຖະບານ​ສີ​ລັງກາ​ໄດ້​ໃຊ້​ມາດ​ຕະການ​ກອບ​ກູ້​ຢ່າງ​ວ່ອງ​ໄວ​ໃຕ້​ການ​ຊ່ອຍ​ເຫຼືອຂອງ​ປະຊາ​ຄົມ​ໂລກ, ​ແຕ່​ຍ້ອນ​ສາ​ເຫດ​ຕ່າງໆ​ຄື​ເຂດ​ປະສົບ​ໄພ​​ແຈກ​ຢາຍ​ກັນ​ແລະ​ຄົມມະນາຄົມ​ບໍ່​ສະດວກ​ເປັນຕົ້ນ, ວັດຖຸ​ກູ້​ໄພ​ຂອງ​ລັດຖະບານ​ບໍ່​ສາມາດ​ສົ່ງ​ໄປ​ຮອດ​ຜູ້​ປະສົບ​​ເຄາະ​ຮ້າຍ​ຢ່າງ​ທັນ​ການ​ໂດຍ​ຕະຫລອດ.