ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-07 22:22:55    
ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​​ເນັ້ນວ່າ​ຕ້ອງ​ສືບ​ຕໍ່​ຍົກ​ຖານະ​ແມ່ຍິງ​ໃຫ້​ສູງ​ຂຶ້ນ

cri Author: mo
ຕາມ​ຂ່າວ​ສາ​ນຊີ​ນຮວາ: ວັນ​ທີ 7 ​ມີນາ, ​ໃນ​ງານ​ສະຫຼອງວັນ​​ແມ່ຍິງ​ສາກົນ 8 ມີນາ​ທີ່​ຈັດ​ຂຶ້ນຢູ່​ພະນົມ​ເປັນ, ສົມ​ເດັດ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ກ່າວຄຳ​ປາ​ໄສ, ​ໂດຍ​ກ່າວເນັ້ນ​ວ່າ, ຕ້ອງ​ຍົກຖານະ​ແມ່ຍິງ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ, ​ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນກຳລັງຫຼັກ​ແຫຼ່ງຂອງ​ພວກ​​ເຂົາ​ເຈົ້າ​ໃນ​ການ​ພັດທະນາ​ເສ​ດຖະກິດ​​ແລະ​ສັງຄົມແຫ່ງ​ຊາດ​.

ສົມ​ເດັດ​ຮຸນ​ແຊນ​ກ່າວ​ວ່າ, ​ເພື່ອ​ເລັ່ງລັດ​ບາດກ້າວ​ສ້າງສາ​ເສດຖະກິດ​ແຫ່ງ​ຊາດ​ແລະ​ສັງຄົມ, ຕ້ອງ​ເລັ່ງລັດບາດກ້າວ​ບູລະນະກົດໝາຍ​ກົດ​ບັນຍັດ​ທີ່​ປົກປັກ​ຮັກສາ​ແມ່ຍິງ​ແລະ​ເດັກນ້ອຍ, ​ໂດຍ​ສະ​​ເພາະຕ້ອງ​ວາງ​ແລະ​ປະກາດ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ຄ້າ​ແມ່ຍິງ​ແລະ​ເດັກນ້ອຍ, ​ແລະ​ກົດໝາຍວ່າ​ດ້ວຍ​ຕ້ານ​ກຳລັງ​ຮຸນ​ແຮງ​ໃນ​ຄອບຄົວ​ນັ້ນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້; ​ໃຊ້​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ​ຕ່າງໆ​ຄື​ໃຫ້​ເງິນ​ກູ້​ຈຳນວນ​ໜ້ອຍ​ໂດຍ​ຈຳ​ເພາະຊ່ອຍ​ແມ່ຍິງ, ​ໂດຍ​ສະ​ເພາະ​ຕ້ອງ​ຍົກ​ຄວາມ​ສາມາດ​ເຂົ້າຮ່ວມ​ວຽກ​ງານ​ເສດຖະກິດ​ຂອງ​​ແມ່ຍິງຊົນນະບົດ​ອັນ​ພສານ​​​ໃຫ້​ສູງ​ຂຶ້ນ, ​ເຮັດ​ໃຫ້​ແມ່ຍິງເຂົ້າ​ໃຈຄວາມ​ຮູ້​ດ້ານ​ສຸຂະພາບ​ຍິ່ງ​ຫລາຍ​ກວ່າ​ເກົ່າ; ຍົກ​ອັດຕາ​​ເຂົ້າຮຽນ​ຂອງ​ເດັກ​ຍິງ​ໃຫ້​ສູງ​ຂຶ້ນ, ​ເພີ່ມ​ທະວີ​ວຽກ​ງານ​ລົບ​ລ້າງການ​ກືກ​ໜັງສື​ຂອງ​ແມ່ຍິງ.

ສົມ​ເດັດ​ຮຸນ​ແຊນ​ຊີ້​ອອກ​ວ່າ, ​ເມື່ອ​ໄດ້​ທຳ​ຄວາມ​ພະຍາຍ​າມຢ່າງ​ບໍ່​ຢຸດ​ຢັ້ງ, ຖານະ​ແລະ​ບົດບາດ​ຂອງ​ແມ່ຍິງ​ກຳປູ​ເຈຍ​ໄດ້​ຍົກ​ສູງ​ຂຶ້ນ​​ເລື້ອຍໆ, ອັດຕາ​ເຂົ້າຮ່ວມ​​ແລະ​ຫາລື​ການ​ປົກຄອງ​ຂອງ​ແມ່​ຍິງ​​ໄດ້ສູງ​ຂຶ້ນ​ເທື່ອ​ລະ​ກ້າວ.