ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-09 18:46:23    
ຝ່າຍ​ປະ​ກອບ​ອາ​ວຸດ​ຂອງ​ປາ​ເລັສ​ຕິນ​ເຫັນ​ດີ​​ເຊົາ​ການ​ຫຼອນ​ໂຈມ​ຕີ​​ອິສ​ຣາ​ແອນ

cri

ຕາມ​ຂ່າວCRI: ວັນ​ທີ 9 ມີນາ, ທ່ານ ລາ​ຈຸບ ທີ່​ປຶກສາ​ປອດ​ໄພ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ກ່າວ​ວ່າ, ຝ່າຍ​ປະກອບ​ອາວຸດ​ຕ່າງໆ​ຂອງ​ປາ​ເລັສຕິນ​ເຫັນ​ດີ​ສິ້ນ​ສຸດ​ການຫຼອນ​ໂຈມ​ຕີ​ເປົ້າ​ໝາຍ​ທັງ​ໝົດ​ໃນ​​ອິສຣາ​ແອນ.

​ໃນ​ເວລາ​ໃຫ້​ສຳພາດ​ຂ່າວ​ຂອງ​ວິທະຍຸ​ອິສຣາ​ແອນ, ທ່ານ ລາ​ຈຸບກ່າວ​ວ່າ, ພາຍ​ໃນ​ປາ​ເລັສຕິນ​ໄດ້​ບັນລຸ​ເປັນ​ເອກະສັນ​ກັນ​ຮອບ​ໃໝ່, ສິ້ນ​ສຸດ​ການ​ຫຼອນ​ໂຈມ​ຕີ​ເປົ້າ​ໝາຍ​ທັງ​ໝົດ​ຂອງ​ອິສຣາ​ແອນພາຍ​ໃນ​ເສັ້ນ​ຢຸດ​ຍິງ​ກ່ອນ​ສົງ​ຄຳ​ພາກ​ຕາ​ເວັນ​ອອກ​ກາງ​ປີ 1967, ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຈ​ລະ​ຈາ​ສັນຕິພາບ​ລະຫວ່າງ​ປາ​ເລັສຕິນ​ແລະ​ອິສຣາ​ແອນ.

​ໃນ​ຂະນະ​ດຽວ​ກັນ​ນັ້ນ ທ່ານ ລາ​ຈຸບ​ເຜີຍ​ໃຫ້​ຮູ້​ວ່າ, ອົງການ ຮາ​ມັສ​ໄດ້​ກຽມ​ເຂົ້າ​ຮ່ວມ​ອົງ​ການ​ປົດ​ປ່ອຍ​ປາ​ເລັສ​ຕິນ, ພ້ອມ​ທັງ​ຕົກລົງ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິ​ບັນຍັດ​ປາ​ເລັສ​ຕິນທີ່​ຈັດ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ປີ​ນີ້.