ສິງກະໂປເປີດກວ້າງເຂດຫ້າມສູບຢາ
cri
Author: mo
ຕາມຂ່າວສານຊີນຮວາ: ເພື່ອປ້ອງກັນບໍ່ໃຫ້ສາທາລະນະຊົນຖືກທຳຮ້າຍຍ້ອນຢາສູບ, ວັນທີ 8 ມີນາ ,ສິງກະໂປໄດ້ປະກາດວ່າ: ແຕ່ເດືອນຕຸລາປີນີ້ເປັນຕົ້ນໄປ, ຈະເປີດກວ້າງເຂດຫ້າມສູບຢາ.
ວັນທີ 8 ມີນາ, ລັດຖະມົນຕີກະຊວງສິ່ງແວດລ້ອມແລະຊັບພະຍາກອນນ້ຳຂອງສິງກະໂປໄດ້ກ່າວໃນລັດຖະສະພາວ່າ, ເຂດຫ້າມສູບຢາມໃໝ່ລວມທັງ: ສະລອຍນ້ຳສາທາລະນະ, ສະໜາມກິລາກາງແຈ້ງ, ສະໂມສອນມວນຊົນ, ສະຖານີລົດເມ, ບາເຫຼົ້າ, ຫ້ອງເຕັ້ນດິສໂກ, ບາເຫຼົ້າຄາລາໂອເກະ, ໄນຄຼັບ, ແລະຫ້ອງນ້ຳສາທາລະນະເປັນຕົ້ນ. ຜູ້ລະເມີດຂໍ້ກຳນົດຈະຖືກປັບໄໝເປັນຈຳນວນເງິນແຕ່ 122 ໂດລາສະຫະລັດຮອດ 611 ໂດລາສະຫະລັດ.
|
|