ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-11 20:22:58    
ນັກ​ບິນ​ອະວະກາດ​ມາ​ເລ​ເຊຍ​ຜູ້​ທຳ​ອິດ​ຈະ​ດຳ​ລົງ​ຊີ​ວິດ​​ເປັນ​ປົກ​ກະ​ຕິ​ຢູ່​ອະ​ວະ​ກາດ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ​ໃນ​ເວລາ​​ເຂົ້າສູ່​ອະວະກາດ, ນັກ​ບິນ​ອະວະກາດ​ມາ​ເລ​ເຊຍ​ຜູ້​ທຳ​ອິດ​ຈະ​ນຸ່ງ​ເສື້ອ​ເກັບ​ລາຍ​ດ້ວຍ​ເຜິ້ງ, ກິນ​ອາຫານທ້ອງ​ຖິ່ນ​ທີ່​ຜະລິດ​ຢູ່​ບ້ານ​ເກີດ.

ຕາມ​ກົມ​ການບິນ​ອະວະກາດ​ແຫ່ງ​ຊາດ​ມາ​ເລ​ເຊຍ​ເຜີຍ​ໃຫ້​ຮູ້​ວ່າ, ຜູ້​ຊ່ຽວຊານ​ການບິນ​ອະວະກາດຣັດ​ເຊຍ​ສອງ​ຄົນ​ຈະ​ເດີນ​ທາງ​ໄປ​ຮອດ​ກົວ​ລາ​ລຳ​ເບີ ນະຄອນຫລວງ​ມາ​ເລ​ເຊຍ​ໃນ​ທ້າຍ​ເດືອນ​ມີນາ, ຊ່ອຍ​ເລືອກ​ຜູ້​ສະໝັກ​ການບິນ​ອະວະກາດ, ​ແລະ​ກຽມ​ສົ່ງ​ນັກ​ການບິນ​ອະວະກາດ​ມາ​ເລ​ເຊຍ​ຜູ້​ໜຶ່ງ​ຂຶ້ນ​ສູ່​ອະວະກາດ.

ຕາມ​ຂ່າວ​ແຈ້ງວ່າ, ​ໃນ​​ເມ​ນູຂອງ​ນັກ​ການບິນ​ອະວະກາດ​ຜູ້​ທຳ​ອິດ​ຂອງ​ມາ​ເລ​ເຊຍ​ມີ​ຂະໜົມມາ​ເລ​ເຊຍ ນ້ຳ​ຊາ​ນົມ, ກຸ້ງ​ກາລີ​ເປັນຕົ້ນ, ​ແຕ່​ບໍ່​ມີ​ຖຸລຽນ, ຍ້ອນ​ວ່າ​ບໍ່​ແມ່ນ​ໝົດ​ທຸກ​ຄົນ​ມັກກິ່ນ​ຖຸລຽນ​ໄດ້.