ຕາມຂ່າວສານຊິນຮວາ ວັນທີ 16 ມີນາ ຢູ່ທີ່ເລີແກ ທ່ານມາຊາຣ໌ ຜູ່ນຳອົງການຮາມັສ ຂະບວນການຕໍ່ຕ້ານອິສລາມປາເລັສຕີນໄດ້ອອກຖະແຫຼງການວ່າ ອົງການຮາມັສເຫັນວ່າການເຂົ້າຮ່ວມຂະບວນການເມືອກັບການຕໍ່ສູ້ຕໍ່ໄປແມ່ນບໍ່ຂັດກັນ
ທ່ານມາຊາຣ໌ຊີ້ອອກວ່າອາໄສແຕ່ພາຫະນະການເມືອງຍັງບໍ່ພໍທີ່ຈະຟື້ນຟູສິດຂອງຊາວປາເລັສຕີນຢ່າງສິ້ນເຊີງ ອົງການຮາມັສຈະຫັນຫນ້າໃສ່ສະຖານະການໃນສະເພາະຫນ້ານນີ້ຢ່າງຕັ້ງຫນ້າ ແລະມີສະຕິຍາດແຍ່ງຄວາມເຫັນໃຈຢ່າງກວ້າງຂວາງຈາກປະຊາຄົມໂລກ
|