|
 |
(GMT+08:00)
2005-03-18 15:11:01
|
ອິນໂດເນເຊຍເລື່ອນເວລາກຳນົດອົງການຊ່ອຍເຫຼືອຕ່າງປະເທດຖອນອອກຈາກອາເຈະ
cri
Author: li
ຕາມຂ່າວສານຊິນຮວາ: ໜັງສືພິມຢາກາກຕາພົສຂອງອິນໂດເນເຊຍສະບັບວັນທີ 18 ມີນາລາຍງານວ່າ,ລັດຖະບານອິນໂດເນເຊຍຕົກລົງເລື່ອນເວລາກຳນົດສຸດທ້າຍທີ່ໃຫ້ອົງການກອບກູ້ມະນຸດສະທຳຂອງຕ່າງປະເທດຖອນອອກຈາກເຂດປະສົບໄພອາເຈະຈາກວັນທີ 26 ມີນາທີ່ກຳນົດແຕ່ເດີມໄປອີກ 60 ມື້,ເພື່ອຮັບປະກັນໃຫ້ມີເວລາພຽງພໍປະສານວຽກງານສ້າງສາຄືນໃໝ່ພາຍຫຼັງການກອບກູ້ສິ້ນສຸດລົງແລ້ວ.
ຕາມສະຖິຕິ,ແຕ່ອິນໂດເນເຊຍປະສົບໄພຄື້ນຊູນາມີເມື່ອທ້າຍປີກາຍມານີ້,160 ອົງການກອບກູ້ຂອງຕ່າງປະເທດເຊິ່ງລວມທັງຈີນແລະຂອງສາກົນໄດ້ໄປຊ່ອຍກູ້ໄພຢູ່ອາເຈະ,ກອງທະຫານຂອງ 30 ປະເທດໄດ້ເຂົ້າຮ່ວມວຽກງານກູ້ໄພ.
|
|
|