ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-21 11:16:06    
ປາ​ເລັສຕິນ​ແລະ​ອິສຣາ​ແອນ​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ກັນ​ກ່ຽວ​ກັບ​ການ​ມອບ​ຮັບ ຕູ​ລກາ​ແລມ

cri

ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 20 ມີນາ, ​ເຈົ້າ​ໜ້າ​ທີ່​ກອງ​ທະ​ຫານ​ຮັກ​ສາ​ຄວາມ​ປອດ​ໄພ​ປາ​ເລັ​ສຕິນ​ຢືນ​ຢັນ​ວ່າ, ສອງ​ຝ່າຍ​ປາ​ເລັສຕິນ​ແລະ​ອິສຣາ​ແອນບໍ່​ໄດ້ກ້າວ​ເຖິງ​ຂັ້ນ​ຕົກລົງ​ກັນ​​ກ່ຽວ​ກັບ​ເລື້ອງທີ່ມອບ​ຮັບ​ເມືອງ​ ຕູ​ລກາ​ແລມ ​ເຊິ່ງ​ເປັນ​ເມືອງ​ປົກຄອງ​ຕົນ​ເອງ​ທີ່ຢູ່​ຝັ່ງຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ອິສຣາ​ແອນ​ໄດ້​ເລື່ອນ​ເວລາ​ມອບ​ອຳນາດ​ຄຸ້ມ​ຄອງຄວາມ​ປອດ​ໄພ​ຂອງ​ເມືອງ​ດັ່ງ​ກ່າວ​ໃຫ້​ຝ່າຍ​ປາ​ເລັສຕິນ.

​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຜູ່​ໜຶ່ງ​ຂອງເຂດ​ຕູ​ລກາ​ແລມ​ຂອງ​ຝ່າຍ​ປາ​ເລັສຕິນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມຮັກສາ​ຄວາມ​ປອດ​ໄພສອງ​ຝ່າຍ​ປາ​ເລັສຕິນ​ແລະ​ອິສຣາ​ແອນ​ກ່າວ​ວ່າ, ​ມູນເຫດ​ຕົ້ນຕໍ​ທີ່​ເຮັດ​ໃຫ້ການ​ເຈລະຈາ​ບໍ່​ໄດ້​ຮັບ​ຜົນສຳ​ເລັດ​ນັ້ນແມ່ນ​ຍ້ອນຝ່າຍອິສຣາ​ແອນ​ປະຕິ​ເສດ​ບໍ່ມອບ​ອຳ​ນາກ​ຄຸ້ມ​ຄອງ​ຄວາມ​ປອດ​ໄພຂອງບາງ​ບ້ານ​ໃນ​ເຂດ ຕູ​ລກາ​ແລມ​ໃຫ້ຝ່າຍປາ​ເລັສຕິນ.