|
 |
(GMT+08:00)
2005-03-23 10:37:44
|
ປະທານສະພາສູງຟີລິບປິນປະທ້ວງເຈົ້າໜ້າທີ່ອາເມລິກາກັກຂັງສະມາຊິກສະພາສູງເພດຍິງຂອງຟີລິບປິນ
cri
Author: MO
ຕາມຂ່າວສານຊີນຮວາ: ວັນທີ 22 ມີນາ, ທ່ານເຕີລີລົງ ປະທານສະພາສູງຟີລິບປິນກ່າວວ່າ, ທ່ານໄດ້ກ່າວຄຳປະທ້ວງຕໍ່ເອກອັກຄະລັດຖະທູດອາເມລິກາປະຈຳຟີລິບປິນກ່ຽວກັບເຈົ້າໜ້າທີ່ກະຊວງຮັກສາຄວາມປອດໄພດິນແດນແຫ່ງຊາດອາເມລິກາກັກຂັງສະມາຊິກສະພາສູງເພດຍິງຂອງຟິລິບປິນຢູ່ສະໜາມບິນຊານຟຼານຊິສ໌ໂກ ຢ່າງໄຮ້ເຫດຜົນ.
ທ່ານເຕີລີລົງກ່າວວ່າ, ວັນທີ 21ມີນາ,ຢູ່ສະໜາມບິນຊານຟຼານຊິສ໌ໂກ ທ່ານນາງເອເຫີສີໂທ ພັນລະຍາຂອງທ່ານເອສ໌ທຼາດາ ອະດິດປະທານາທິບໍດີ ສະມາຊິກສະພາສູງຂອງຟີລິບປິນຖືກເຈົ້າໜ້າທີ່ກະຊວງຮັກສາຄວາມປອດໄພດິນແດນແຫ່ງຊາດອາເມລິກາຫລາຍຄົນກັກຂັງແລະສອບຖາມຊົ່ວໂມງເຄີ່ງ. ຄຳຖາມຂອງເຈົ້າໜ້າທີ່ອາເມລິກາເຫຼົ່ານີ້ມີຄວາມຢຽດຫຍາມຢ່າງເດັ່ນຊັດ.
|
|
|