ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-23 10:41:50    
ອິສຣາ​ແອນ​ຈະ​ປິດລ້ອມ​ແຖບ​ກາຊາ​ແລະ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ຢ່າງຮອບດ້ານ​ເພື່ອ​ຄວາມ​ປອດ​ໄພ​ໃນ​ວັນ​ບຸນ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 22 ມີນາ, ທ່ານ​ໂມ​ຟາ​ສ໌ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ປະກາດ​ວ່າ, ຍ້ອນ​ຄຳ​ນຶງ​ເຖິງ​ຄວາມ​ປອດ​ໄພ, ອິສຣາ​ແອນ​ຈະ​ປິດລ້ອມ​ແຖບ​ກາຊາ​ແລະ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ຢ່າງຮອບດ້ານ​ເພື່ອ​ຄວາມ​ປອດ​ໄພ​ໃນ​​ບຸນພູ​ລິມ.

ຕາມ​ຊາບ​ວ່າ, ການ​ປິ​ດລ້ອມ​ຈະ​ເລີ່​ມ​ແຕ່​ຕອນ​ເຊົ້າວັນ​ທີ 23 ມີນາ, ຍືດ​ເຍືອ​ໄປ​ຮອດ​ວັນ​ທີ 27 ບຸນ​ພູລີ​ມສິ້ນ​ສຸດ​ລົງ. ກອງ​ປ້ອງ​ກັນປະ​ເທດ​ຂອງອິສຣາ​ແອນ​ໄດ້​ຮ່າງ​ແຜນການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ລະອຽດ​​​ໂດຍ​ຈຳ​ເພາະ​ໃນ​ບຸນ​ພູລິ​ມ.

ບຸ​ນພູລິ​ມ​ແມ່ນ​ບຸນຫຼີ້ນມ່ວນ​ຊື່ນຂອງ​ຊາວ​ຢິວ. ​ໃນ​ຫລາຍ​ປີ​ທີ່​ຜ່ານ​ມາ, ອົງການ​ປະກອບ​ອາວຸດ​ປາ​ເລັສຕີນ​ໄດ້​ບຸກ​ໂຈມ​ຕີ​​ເປົ້າໝາຍ​ຂອງ​ອິສຣາ​ແອນຫລາຍ​ເທື່ອ​​ໃນ​ບຸນ​ພູລິ​ມ.