|
 |
(GMT+08:00)
2005-03-24 08:57:33
|
ກອງປະຊຸມຫາລືຂັ້ນລັດຖະມົນຕີກ່ຽວກັບບັນຫາພັດທະນາເດັກນ້ອຍຂອງພາກພື້ນອາຊີຕາເວັນອອກແລະພາກພື້ນອາຊີປາຊີຟິກໄດ້ຈັດຂຶ້ນຢູ່ກຳປູເຈຍ
cri
Author: mo
ຕາມຂ່າວສານຊີນຮວາ: ກອງປະຊຸມຫາລືຂັ້ນລັດຖະມົນຕີກ່ຽວກັບບັນຫາພັດທະນາເດັກນ້ອຍຂອງພາກພື້ນອາຊີຕາເວັນອອກແລະພາກພື້ນອາຊີປາຊີຟິກຄັ້ງທີ 7 ທີ່ຈະໄຂສາມມື້ ໄດ້ຈັດຂຶ້ນຢູ່ຊຽມລຽບ ເມືອງທ່ອງທ່ຽວທີ່ມີຊື່ສຽງຂອງກຳປູເຈຍ. ຜູ້ແທນທີ່ຮ່ວມປະຊຸມຈະອິງຕາມ"ຄວາມຮັບຮູ້ຄືກັນບາຫຼີ"ທີ່ກອງປະຊຸມຫາລືຂັ້ນລັດຖະມົນຕີຄັ້ງທີ 6 ຈັດວາງນັ້ນ, ຫາລືຈຸດໝາຍຈຸດໜັກແຫ່ງການພັດທະນາໃນຂົງເຂດເດັກນ້ອຍໃນພາກພື້ນຕົນໃນພາຍໜ້າ.
ຜູ້ແທນຂອງ 26 ປະເທດເຊີ່ງລວມທັງຈີນແລະອົງການສາກົນໄດ້ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມຫາລືຂັ້ນລັດຖະມົນຕີກ່ຽວກັບບັນຫາພັດທະນາເດັກນ້ອຍຂອງພາກພື້ນອາຊີຕາເວັນອອກແລະພາກພື້ນອາຊີປາຊີຟິກຄັ້ງທຳອິດໄດ້ຈັດຂຶ້ນຢູ່ບາງກອກ ນະຄອນຫລວງຂອງໄທເມື່ອປີ 1991, ກາຍເປັນກົນໄກຫາລືອັນສຳຄັນໃນຂົງເຂດພັດທະນາເດັກນ້ອຍຂອງພາກພື້ນດັ່ງກ່າວ.
|
|
|