ລັດຖະບານອັງກິດກ່າວເຕືອນຕໍ່ປະຊາຊົນວ່າຢ່າໄປທ່ຽວຟີລິບປິນ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 23 ມີນາ, ກະຊວງການຕ່າງປະເທດອັງກິດປະກາດຄຳເຕືອນການທ່ອງທ່ຽວໃໝ່ວ່າ, ປັດຈຸບັນ, ໝົດແດນຟີລິບປິນປະເຊີນການຂົ່ມຂູ່ຫລອນໂຈມຕີແບບກໍ່ການຮ້າຍຢ່າງຮ້າຍແຮງ, ລັດຖະບານອັງກິດສະເໜີວ່າ, ຊາວອັງກິດຢ່າໄປທ່ອງທ່ຽວຟີລິບປິນໃນໄລຍະມໍ່ໆນີ້.
ຄຳເຕືອນການທ່ອງທ່ຽວກ່າວວ່າ, ມີຂ່າວກອງສະແດງໃຫ້ເຫັນວ່າ, ພວກກໍ່ການຮ້າຍພວມວາງແຜນກໍ່ການຫຼອນໂຈມຕີຢູ່ຟີລິບປິນເຊິ່ງແນໃສ່ເປົ້າໝາຍຝ່າຍຕາເວັນຕົກ, ປັດຈຸບັນໄດ້ກ້າວເຂົ້າສູ່ໄລຍະສຸດທ້າຍແລ້ວ. ພ້ອມກັນນັ້ນ, ການຫຼອນໂຈມຕີກໍ່ການຮ້າຍທີ່ແນໃສ່ເປົ້າໝາຍອື່ນໆກໍອາດຈະສ້າງຄວາມອັນຕະລາຍຕໍ່ຄວາມປອດໄພສ່ວນຕົວຂອງພົນລະເມືອງຝ່າຍຕາເວັນຕົກ.
|
|