|
 |
(GMT+08:00)
2005-03-24 17:18:44
|
ຜູ້ນຳຫວຽດນາມຕີລາຄາໃນລະດັບສູງຕໍ່ການພົວພັນຫວຽດນາມຈີນ
cri
Author: MO
ຕາມຂ່າວສານຊີນຮວາ: ຕອນບ່າຍວັນທີ 23 ມີນາຢູ່ນະຄອນໂຮ່ຈີມິນ , ທ່ານຫງວນມີງເຈັດ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ເລຂາຄະນະພັກນະຄອນໂຮ່ຈີມີນກ່າວວ່າ, ສອງປະເທດຫວຽດນາມຈີນແມ່ນປະເທດບ້ານໃກ້ເຮືອນຄຽງ, ສອງພັກ ສອງລັດແລະປະຊາຊົນສອງປະເທດມີມິດຕະພາບມາດົນນານ. ຫວຽດນາມຮູ້ສຶກດີໃຈຫລາຍຕໍ່ການພັດທະນາທີ່ຈີນໄດ້ຮັບ.
ທ່ານກ່າວວ່າ, ຈີນມີປະຊາກອນ 1000 ກວ່າລ້ານຄົນ, ມີກຳລັງດູດດຶງແຮງຕໍ່ຜູ້ລົງທຶນ. ທຶນຕ່າງປະເທດຫລວງຫລາຍໄຫຼເຂົ້າຈີນໄດ້ສະແດງໃຫ້ເຫັນວ່າ, ສະພາບແວດລ້ອມການລົງທືນຂອງຈີນດີຫລາຍ. ຫວຽດນາມຄວນຊອກຫາຈຸດອ່ອນຂອງຕົນແລ້ວແກ້ໄຂ, ພະຍາຍາມປົວແປງສະພາບແວດລ້ອມການລົງທຶນໃຫ້ດີຂຶ້ນ, ພະຍາຍາມສ້າງສະພາບແວດລ້ອມການລົງທຶນໃຫ້ດີເພື່ອດູດດຶງເອົານັກທຸລະກິດຕ່າງປະເທດ.
|
|
|