ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-25 11:50:09    
ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ, ​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ຂອງ​ຕາ​ເວັນ​ອອກ​ກາງ​ໄດ້​ພົ້ນ​ຈາກ​ສະ​ພາບ​ຄາ​ກັນ

cri Author: huachunmei
ຕາມ​ຂ່າວ ​CRI , ​ວັນ​ທີ 24 ມີ​ນາ, ​ທ່ານ​ເພຼນດ໌ ​ເດີ​ກາສ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ທີ່​ຮັບ​ຜິດ​ຊອບ​ວຽກ​ການ​ເມືອງ​​ເວົ້າ​ວ່າ, ​ເຖິງ​ວ່າ​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ຂອງ​ຕາ​ເວັນ​ອອກ​ກາງ​ຍັງ​ປະ​ເຊີນ​ໜ້າ​ກັບ​ອຸ​ປະ​ສັກ​ແລະ​ການ​ທ້າ​ທາຍ​ຢ່າງ​ຫຼວງ​ຫຼາຍ​ກໍ່​ຕາມ, ​ແຕ່​ໄດ້​ພົ້ນ​ຈາກ​ສະ​ພາບ​ຄາ​ກັນ​ອ່າງ​ຍ່າງ​ແລ້ວ.

ທ່ານ​ເພຼນດ໌ ​ເດີ​ກາສ​ແມ່ນ​​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ນີ້​ໃນ​ເວ​ລາ​ກ່າວ​ບົດ​ລາຍ​ງານ​ສະ​ຖາ​ນະ​ການ​ຂອງ​ຕາ​ເວັນ​ອອກ​ກາງ​ຕໍ່​ສະ​ພະ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ.​ ທ່ານ​ເວົ້າ​ວ່າ, ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ໄດ້​​ເດີນ​ທາງ​ໄປ​ເຂດ​ຕາ​ເວັນ​ອອກ​ກາງ​ພົບ​ປະ​ຜູ້​ນຳ​ຂອງ​ອິ​ສຣາ​ແອນ​ແລະ​ປາ​ເລັສ​ຕີນ​, ອັນ​ໄດ້​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ຢ່າງ​ແຂງ​ແຮງ​. ຝ່າຍ​ອິສ​ຣາ​ແອນ​​ເວົ້າ​ວ່າ,​ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ແຜນ​ການ​ຖອນ​ທະ​ຫານ​ອອກ​ຈາກ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ​ເທິງ​ດີນ​ແດນ​ທີ່​ຖືກ​ຍຶດ​ຄອງ, ​ຝ່າຍ​ປາ​ເລັສ​ຕີນ​ກໍ່​ເວົ້າ​ວ່າ​ຈະ​ສົມ​ທົບ​ການ​ເຄື່ອນ​ໄຫວ​ຂອງ​ຝ່າຍ​ອິ​ຣາ​ແອນ​ຢ່າງ​ຮອບ​ດ້ານ.