ຕາມຂ່າວສານຈີນ ຕາມຂ່າວຈາກຫນັງສືພິມລຽນເຮີຈາວປ້າວລາຍງານວ່າ:ເພື່ອປົກປ້ອງການບິນລາຄາຖືກຂອງປະເທດຕົນໃນການແກ່ງແຍ່ງອັນດຸເດືອດ,ອິນໂດເນເຊຍໄດ້ປະກາດຂໍ້ກຳນົດໃຫມ່ ກຳຈັດຖຽວບິນລາຄາຖືກຂອງບໍລິສັດການບິນຕ່າງປະເທດບິນໄປ4ແຫ່ງຄືຢາກາກຕາເກາະບາລີ ເມດານແລະຊູລາບາຢາ
ລັດຖະມົນຕີກະຊວງຄົມມະນາຄົມອິນໂດເນເຊຍກ່າວວ່າ ກ່ອນອິນໂດເນເຊຍແກ້ໄຂການວິວາດກັນກັບເຈົ້າຫນ້າທີ່ການບິນແຫ່ງຊາດຂອງປະເທດອື່ນນັ້ນ ຂໍ້ກຳນົດໃຫມ່ຈະມີຜົນບັງຄັບໃຊ້ຕະຫຼອດໄປ
|