ແຜນການສ້າງສາຄືນໃໝ່ຂອງອາເຈະແຫ່ງອິນໂດເນເຊຍຫຼັງໄພພິບັດຈະໃຊ້ເງິນ 5 ຕື້ໂດລາສະຫະລັດ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 26 ມີນາ, ຢູ່ເມືອງບານດາອາເຈະ ເມືອງເອກແຂວງອາເຈະ, ທ່ານຈູຊູຟ ຄາລາ ຮອງປະທານາທິບໍດີອິນໂດເນເຊຍປະກາດວ່າ, ກະວ່າ, ແຜນການສ້າງສາອາເຈະຄືນໃໝ່ຫລັງໄພທີ່ຈະໃຊ້ເງິນ 5 ຕື້ໂດລາສະຫະລັດນັ້ນຈະເລີ່ມປະຕິບັດໃນເດືອນກໍລະກົດປີນີ້.
ທ່ານຄາລາກ່າວວ່າ, ລັດຖະບານໄດ້ມອບແຜນການສ້າງສາຄືນໃໝ່ໃຫ້ເຈົ້າໜ້າທີ່ທ້ອງຖິ່ນແລ້ວ, ເມື່ອປະຊາຊົນອາເຈະເຫັນດີແຜນການດັ່ງກ່າວນີ້ແລ້ວກໍຈະລົງມືປະຕິບັດຢ່າງເປັນທາງການ. ວຽກງານສ້າງສາຄືນໃໝ່ຈະແກ່ຍາວ 5 ປີ, ຕົ້ນຕໍແມ່ນສ້ອມແປງເສັ້ນທາງ, ທ່າກ່ຳປັ່ນ, ເດີ່ນຍົນ, ສີ່ງກໍ່ສ້າງໂທລະຄົມ, ຕາໜ່າງໄຟຟ້າແລະນ້ຳປະປາ, ລະບົບຄອງເໝືອງ, ນອກນີ້, ຍັງມີສ່ວນໜຶ່ງແມ່ນປຸກເຮືອນໃຫ້ປະຊາຊົນຢູ່ແຫ່ງນັ້ນ.
|
|