ໄທຈະສ້າງລະບົບເຕືອນໄພຄື້ນຊູນາມີພາຍໃນໜຶ່ງອາທິດ
cri
Author: li
ຕາມຂ່າວສານຈີນ: ເມື່ອໄດ້ເປັນຮ່ວງວ່າແຜ່ນດິນໄຫວແຮງຂອງອິນໂດເນເຊຍຈະກະທົບກະເທືອນເຖິງໄທແລະອາດຈະພາໃຫ້ເກີດຄື້ນຊູນາມີອີກ,ວັນທີ 29 ມີນາ ຢູ່ທີ່ບາງກອກ,ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີໄທກ່າວວ່າ,ລະບົບເຕືອນໄພຄື້ນຊູນາມີຂອງໄທຈະສ້າງຂຶ້ນພາຍໃນໜຶ່ງອາທິດ.
ທ່ານເວົ້າວ່າ,ລະບົບເຕືອນໄພຄື້ນຊູນາມີຂອງໄທຈະເຊື່ອມຕໍ່ກັບຕາໜ່າງສື່ມວນຊົນຕົ້ນຕໍ,ໂດຍສະເພາະແມ່ນຕາໜ່າງໂທລະພາບແລະວິທະຍຸ; ນອກນີ້ ຍັງຈະເຊື່ອມຕໍ່ກັບລະບົບໂທລະຄົມເຄື່ອນທີ່ຂອງທ້ອງຖິ່ນ.
|
|