ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-31 20:28:53    
ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ໄປ​ເກາະ​ນີ​ອັສ​ເພື່ອ​ບັນ​ຊາ​ການ​ກູ້​ໄພ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ທ່ຽງ​ວັນ​ທີ 31 ມີນາ ຢູ່​ເກາະ​ນີອັສ ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຢ່າງ​ໜັກໜ່ວງ,ທ່ານ​ຊູຊີ​ໂລ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ຮຽກຮ້ອງ​ບັນດາ​ຝ່າຍ​ພ້ອມ​ກັນ​ທຳ​ຄວາມ​ພະຍາ​ຍາມ,ຕ້ານ​ໄພພິບັດ.

ຕອນ​ທ່ຽງ​ວັນ​ທີ 31 ມີນາ ທ່ານ​ຊູ​ຊີ​ໂລ​ໄດ້​ແຂ່ງ​ຝົນ​ໄປ​ເກາະ​ນີອັສ​ຂອງ​ແຂວງ​ຊູ​ມາຕຼາ​ເໜືອ. ພາຍຫຼັງ​ໄປຮອດ​ແລ້ວ,ທ່ານ​ໄດ້​ຈັດ​ງານ​ໃຫ້​ສຳພາດ​ຂ່າວ​ວ່າ,ພັດ​ສະ​ດຸ​ແລະ​ເຄື່ອງ​ປະກອບ​ພະລາ​ທິການ​​ໃຊ້​ໃນ​ການ​ກູ້​ໄພ​ຂອງ​ລັດຖະບານ​ພວມ​ຂົນ​ສົ່ງ​ຈາກ​ນະຄອນ​ຫຼວງ​ຢາ​ກາກ​ຕາ,​ໃກ້ຈະ​ຮອດ​ເກາະ​ນິອັສ. ກ່ອນ​ງານ​ຖະ​ແຫຼງຂ່າວ,ທ່ານ​ຊູຊີ​ໂລ​ຍັງ​ໄດ້​ໄປ​ຢາມ​ຜູ້​ປະສົບ​ໄພ​ຢູ່​ທ້ອງ​ຖິ່ນ​ແລະ​​ໄວ້ອາ​ໄລ​ຕໍ່​ຜູ້​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ.

​ໃນ​ງານ​ຖະ​ແຫຼງຂ່າວ,​ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ເຜີຍ​ໃຫ້​ຮູ້​ວ່າ,ຍ້ອນ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ​ທາງຫຼວງ​ເປັນຕົ້ນ​ໃນ​ເກາະ​ນີອັສ​ຖືກ​ທຳລາຍ,ພາ​ໃຫ້​ວຽກ​ງານ​ກູ້​ໄພ​ປະສົບ​ຄວາມ​ຫຍຸ້ງຍາກ. ປັດຈຸບັນ​ໄດ້​ມີ​ສົບ 279 ຂອນ​ຖືກ​ຝັງ​ແລ້ວ,ຈຳນວນ​ຜູ້​ເສຍ​ຊີວິດ​ສຸດ​ທ້າຍ​ອາດ​ຈະ​ຮອດ 500 ຄົນ. ​ໃນ​ໜຶ່ງ​ສອງ​ສັບປະດາ​ຂ້າງ​ໜ້າ,ລັດຖະບານ​ຈະ​ຈັດຕັ້ງ​ຜູ້​ປະສົບ​ໄພ​ຖອນ​ໜີ.