ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-01 17:13:08    
ທ່ານ​​ເທ​ອູ​ເຈລະຈາ​ກັບ​ທ່ານ​ຊາຍ​ອູ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 31 ມີນາ ຢູ່​ທີ່​ຢາງ​ກຸງ ທ່ານ​ພົນ​ຕີ​ເທ​ອູ ​ເລຂາທິການ​ໃຫຍ່​ສະມາຄົມ​ປັບປຸງ​ແລະ​ພັດທະນາ​ຂອງ​ສະຫະພັນ​ມຽນມາ​ໄດ້​ເຈລະຈາ​ກັບ​ທ່ານ​ຊາຍ​ອູ ຫົວໜ້າ​ຄະນະ​ຜູ້​ແທນ​ສະມາຄົມ​ແລກປ່ຽນ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ທີ່​ໄປ​ຢາມ,ສອງ​ຝ່າຍ​ກ່າວ​ວ່າ,ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ,ຊຸກ​ຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ​ຈີນ​ກັບ​ມຽນມາ​ຂະຫຍາຍ​ອອກ​ເລື້ອຍໆ.

ທ່ານ​ເທ​ອູ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ທີ່​ໄດ້​ໂຄລົບ,​ເຂົ້າ​ໃຈ​ແລະ​ຊ່ອຍ​ເຫຼືອດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ມຽນມາ​ໃນ​ເວລາ​ດົນ​ນານ​ມາ​ນີ້ ​ແລະ​ກ່າວ​ວ່າ,ສະມາຄົມ​ປັບປຸງ​ແລະ​ພັດທະນາ​ຍິນ​ດີ​ຊຸກ​ຍູ້​ການ​ໄປມາຫາ​ສູ່​ກັນ​ແລະ​ຮ່ວມ​ມື​ກັນ​ຢ່າງ​ມີ​ໄມຕີ​ຈິດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ,​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ສອງ​ປະ​ເທດ.​ໃນ​ການ​ເຈລະຈາ,ທ່ານ​ຊາຍ​ອູ​ກ່າວ​ວ່າ,ຈີນ​ເດັດດ່ຽວ​ປະຕິບັດ​ນະ​ໂຍບາຍ​ມິດຕະພາບ​ຕໍ່​ປະ​ເທດ​ໃກ້​ຄຽງ,ຫວັງ​ໃຫ້​ເພີ່ມທະວີ​ການ​ແລກປ່ຽນ​ແລະການ​ຮ່ວມ​ມື​ກັນ​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂັ້ນ​ແລະ​ທຸກ​ຂົງ​ເຂດ.