|
 |
(GMT+08:00)
2005-04-01 18:12:05
|
ເອກອັກຄະລັດຖະທູດຈີນປະຈຳອິນໂດເນເຊຍມອບເງິນບໍລິຈາກກູ້ໄພ 5 ແສນໂດລາສະຫະລັດໃຫ້ຮອງປະທານາທິບໍດີອິນໂດເນເຊຍ
cri
Author: MO
ຕາມຂ່າວສານຊີນຮວາ: ວັນທີ 31 ມີນາ, ທ່ານລານລີ້ຈຸ້ນ ເອກອັກຄະລັດຖະທູດຈີນປະຈຳອິນໂດເນເຊຍໄດ້ເຂົ້າຄຳນັບທ່ານຢູຊຸບ ຄານລາ ຮອງປະທານາທິບໍດີ ທັງເປັນປະທານສຳນັກງານຫຼຸດໄພແລະຈັດວາງຊາວອົບພະຍົບແຫ່ງຊາດອິນໂດເນເຊຍ, ຕາງໜ້າລັດຖະບານຈີນມອບເງິນສົດ 5 ແສນໂດລາສະຫະລັດໃຫ້ລັດຖະບານອິນໂດເນເຊຍ, ເພື່ອໃຊ້ເຂົ້າໃນວຽກງານກູ້ໄພຂອງເຂດປະສົບໄພແຜ່ນດິນໄຫວ ທີ່ພາກຕາເວັນຕົກຊູມາຕຼາແຫ່ງອິນໂດເນເຊຍ.
ທ່ານຄານລາ ຮອງປະທານາທິບໍດີຕາງໜ້າລັດຖະບານອິນໂດເນເຊຍຂອບໃຈນຳລັດຖະບານຈີນທີ່ໄດ້ໃຫ້ການຊ່ອຍເຫຼືອຢ່າງທັນການແລະເອື້ອເຟື້ອເພື່ອແຜ່, ແລະໄດ້ຕີລາຄາໃນລະດັບສູງຕໍ່ການພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງປະເທດ.
|
|
|